ນະຄອນໂຮ່ຈີມິນ ແລະ Microsoft ຍູ້ແຮງການຮ່ວມມື

(VOVWORLD) - ນະຄອນ ໂຮ່ຈີມິນ ແລະ Microsoft ຍູ້ແຮງການຮ່ວມມືໃນຂົງເຂດພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການໝູນໃຊ້ເພື່ອຍົກສູງຄຸນນະພາບດ້ານຊີວິດການເປັນຢູ່ໃຫ້ປະຊາຊົນ. ນັ້ນແມ່ນຄຳເຫັນຂອງທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ 
ນະຄອນໂຮ່ຈີມິນ ແລະ Microsoft ຍູ້ແຮງການຮ່ວມມື - ảnh 1 ທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນ ໂຮ່ຈີມິນ (ພາບ: ຫວຽດນາມ+)

ທີ່ການຕ້ອນຮັບທ່ານ Stefan Sjostrom, ຮອງປະທານພາກສ່ວນວິສາຫະກິດລັດຖະບານ, ກຸ່ມລັດພາກພື້ນ ອາຊີ ຂອງກຸ່ມບໍລິສັດ Microsoft ດຳເນີນໃນຕອນທ່ຽງວັນທີ 16 ມິຖຸນາ ຢູ່ນະຄອນ ໂຮ່ຈີມິນ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ ທັດສະນະສະເໝີຕົ້ນສະເໝີປາຍຂອງນະຄອນແມ່ນ ຍາມໃດກໍ່ເອົາໃຈໃສ່ຍູ້ແຮງການຮ່ວມມື, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ, ໃນນັ້ນ ມີ Microsoft ເພື່ອພ້ອມກັນພັດທະນາ. ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າ ໃນໄລຍະຈະມາເຖິງ Microsoft ຈະເພີ່ມທະວີສົມທົບກັບນະຄອນ ໂຮ່ຈີມິນ ຍູ້ແຮງການເຄື່ອນໄຫວຄົ້ນຄວ້າພັດທະນາພູມປັນຍາທຽມ ແລະ ໝູນໃຊ້ເຂົ້າໃນຊີວິດການເປັນຢູ່; ຜັນຂະຫຍາຍບັນດາການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອໃນວິວັດແຫ່ງການພັດທະນາຕົວເມືອງຂອງນະຄອນ.

        ສ່ວນທ່ານ Stefan Sjostrom ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ Microsoft ຈະພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງນະຄອນຄົ້ນຄວ້າສ້າງຍຸດທະສາດຮ່ວມມືໄລຍະຈົນຮອດປີ 2025.        

ຕອບກັບ

ຂ່າວ/ບົດ​ອື່ນ