(ພາບ:nld.com.vn)
(vovworld) - ຕອນບ່າຍວັນທີ 18/2, ຢູ່ນະຄອນໂຮ່ຈິມິນ, ສະຫະພັນແຮງງານນະຄອນ ໄດ້ຈັດກອງປະຊຸມສະຫລຸບວຽກງານເອົາໃຈໃສ່ກະກຽມບຸນເຕັດປີມະເສັງ 2013 ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານຂອງນະຄອນ. ໃນບຸນເຕັດຜ່ານມາ, ກຳມະບານຂັ້ນຕ່າງໆ ໄດ້ຂົນຂວາຍ ແລະ ປະສານສົມທົບກັບ ວິສາຫະກິດເກືອບ 400 ແຫ່ງໜູນຊ່ວຍຄ່າປີ້ລົດໃຫ້ກຳມະກອນເກືອບ 27.000 ຄົນກັບເມືອບ້ານດ້ວຍຍອດຈຳນວນເງິນເກືອບ 17 ຕື້ດົ່ງ. ກຳມະບານຂັ້ນຕ່າງໆ ກໍ່ສົມທົບກັບວິສາຫະກິດມອບຂອງຂວັນ ແລະ ເງິນສົດໃຫ້ກຳມະກອນ ລັດຖະກອນ ຜູ້ອອກແຮງງານນັບແສນຄົນດ້ວຍຍອດຈຳນວນເງິນກ່ວາ 780 ຕື້ດົ່ງ. ທ່ານເຈິ່ນແທງຫາຍ ຮອງປະທານຜູ້ປະຈຳສະຫະພັນແຮງງານນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:
“ຈາກເລື່ອງເອົາໃຈໃສ່ກະກຽມບຸນເຕັດໃຫ້ຜູ້ອອກແຮງງານເປັນຢ່າງດີ ໄດ້ສະແດງໃຫ້ເຫັນວ່າ ຄວາມສະໜິດຕິດພັນລະຫວ່າງວິສາຫະກິດ ແລະ ຜູ້ອອກແຮງງານແມ່ນມີຄວາມສະໜິດສະໜົມທີ່ສຸດ ຈະແຫຼ່ງກຳລັງໃຫ້ແກ່ການພັດທະນາຂອງວິສາຫະກິດ, ເຮັດໃຫ້ວິສາຫະກິດເຄືອ່ນໄຫວຢ່າງມີປະສິດທິຜົນ“