ນະຄອນໂຮ່ຈີມິນຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ

(vovworld) - ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ນະຄອນ​ໂຮ່ຈິ​ມີນ​ໃຫ້​ຂ່າວ​ວ່າ: ຕອນ​ເຊົ້າ​ວັນ​ທີ 12/2, ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ລາຍການ ”ຮັບ​ຟັງ ​ແລະ ​ແລກປ່ຽນ” ດ້ວຍ​ຫົວ​ຂໍ້ວ່າ​ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບ​ຢ່າງ​ຄຸນສົມບັດ​, ​ແບບ​ແຜນ​ດຳລົງ​ຊີວິດ​ຂອງປະທານ​ໂຮ່ຈີ​ມິນ - ຜູ້​ສຸດ​ຈິດ​ສຸດ​ໃຈ ​ແລະ ຈົ່ງ​ຮັກ​ພັກດີ​ຕໍ່ປະຊາຊົນ”. ລາຍການ​ໄດ້​ຮັບ​ຟັງ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ໂຮ່ຈີ​ມິນ​ສ່ອງ​ແສງ​ກ່ຽວ​ກັບ​ທ່າ​ທີຮັບ​ໃຊ້​ປະຊາຊົນຂອງ​​ພະນັກງານ, ລັດຖະກອນ​ນະຄອນ, ພ້ອມ​ກັນ​ນັ້ນ​ກໍ​ຮັບ​ຮູ້​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປະຕິບັດ​ບັ້ນ​ຂົນຂວາຍ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ” ​ເປັນ​ຢ່າງ​ດີ. ບັນດາ​ຜູ້​ແທນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂົ້າ​ຮ່ວມ​ລາຍ​ການ​ໄດ້​ຍົກ​ອອກ​ບັນດາ​ມາດ​ຕະການ​ລະອຽດ​ຄື: ການ​ນຳ​ອຳນາດ​ການ​ປົກຄອງ ​ແລະ ພະ​ແນ​ກ, ຂະ​ແໜງ​ການ ຕ້ອງ​ເປັນ​ແບບຢ່າງ​​ໄປກ່ອນ, ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແບບຢ່າງ​ຂອງ​ພະນັກງານ, ທະວີ​ຄຸນ​ບັນ​ດາ​ແບບຢ່າງ​ວຽກ​ດີ​ຄົນເດັ່ນ, ​ໂດຍ​ສະ​ເພາະ​ແມ່ນ​ແບບຢ່າງ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ. ທ່ານ ຮ່າ​ເຟືອ​ກຖັ໋ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ 3, ນະຄອນ ​ໂຮ​ຈີ​ມິນ ສະ​ເໜີ​ວ່າ:

“ມາດ​ຕະການ​ໜຶ່ງ​ທີ່​ຂ້າພະ​ເຈົ້າ​ເຫັນ​ວ່າ​ສຳຄັນ​ທີ່​ສຸດ​ນັ້ນ​ແມ່ນ: ຕ້ອງ​ໄກ້​ສິດ​ຕິດ​ແທດກັບ​ປະຊາຊົນ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ຮັບ​​ເອົາຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ, ​ເບິ່ງ​ຄືນ​ບັນດານ​ະ​ໂຍບາຍ, ບັນດາ​ວຽກ​ງານ​ທີ່ຕົນ​ປະຕິບັດ​​ແມ່ນເໝາະ​ສົ​ມຫຼື​ບໍ່. ທີ່ 2 ​ແມ່ນ, ຖ​້າ​ເໝາະ​ສົມ​ແລ້ວ ​ແມ່ນຄວນ​ຂົນ​ຂວາ​ຍປະຊາຊົນ​ປະຕິບັດ​ຕາມ ”

ຂ່າວ/ບົດ​ອື່ນ