ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ໄດ້ນຳໜ້າຄະນະ
ຜູ້ແທນຂັ້ນສູງລັດຖະບານ ລາຊະອານາຈັກ ກຳປູເຈຍມາຢ້ຽມຢາມຫວຽດນາມ
(ພາບ: VGP)
(vovworld) - ຕອບສະໜອງຕາມຄຳເຊີນ ຂອງ ທ່ານ ຫງວຽນຊວນຟູ໋ກ
ນາຍົກລັດຖະມົນຕີຫວຽດນາມ, ທ່ານ Samdech Akka Moha Sena Padei Techo
Hun Sen ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ
ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ລາຊະອານາຈັກ
ກຳປູເຈຍມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 20/12
ເຖິງວັນທີ 21/12/2016.
ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນສອງປະເທດໃນຫຼາຍຂົງເຂດ,
ເປັນຕົນແມ່ນດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ,
ເສດຖະກິດ, ການຄ້າ ແລະ ທ່ອງທ່ຽວ.