ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກອງທຶນ Harbinger Capital Partners

(VOVWORLD) - ຕອນບ່າຍວັນທີ 25 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານ Phil Falcone, ປະທານກອງທຶນ Harbinger Capital Partners, ປະເທດ ອາເມລິກາ. 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກອງທຶນ Harbinger Capital Partners - ảnh 1 ທ່ານ Phil Falcone ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ທ່ານ Phil Falcone ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງເລື່ອງກອງທຶນ Harbinger ລົງທຶນເຂົ້າໃນ ຫວຽດນາມ ແລະ ຈາກສິ່ງດັ່ງກ່າວໄດ້, ສ້າງມີການແຜ່ຂະຫຍາຍ, ຊຸກຍູ້ຫຼາຍບໍລິສັດຂອງ ອາເມລິກາ ລົງທຶນເຂົ້າ ຫວຽດນາມ. ໂດຍຢືນຢັນວ່າ, ລັດຖະບານ ຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ອາເມລິກາ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ທີ່ສະເໝີພາບ ແລະ ສະດວກ.

        ສ່ວນທ່ານ Phil Falcone ຢືນຢັນວ່າ: ເລື່ອງປະຕິບັດຖືກຕາມຄຳໝັ້ນສັນຍາໃນການລົງທຶນເຂົ້າ ຫວຽດນາມ ແລະ ຫວັງວ່າ ລັດຖະບານ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ໂຄງການລົງທຶນຂອງກອງທຶນບັນລຸຜົນສຳເລັດ. ໂດຍສະແດງຄວາມເຊື່ອໝັ້ນໃນສະພາບແວດລ້ອມແຫ່ງການລົງທຶນ ຫວຽດນາມ ແລະ ປາດຖະໜາຢາກເປີດກ້ວາງການເຄື່ອນໄຫວຂອງຕົນຢູ່ທີ່ນີ້, ທ່ານກໍ່ໄດ້ຍົກອອກບາງຂ້ໍສະເໜີແນະລະອຽດຕໍ່ທ່ານນາຍົກລັດຖະມົນຕີ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ