ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານ IFC ຮັບຜິດຊອບພາກພື້ນອາຊີ-ປາຊີຟິກ

(VOVWORLD) -ຕອນບ່າຍວັນທີ 11 ເມສາ, ຢູ່ຮ່າໂນ້ຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ ເນຊາ ສຕໍໂກວິກ ຮອງປະທານຮອງປະທານບໍລິສັດການເງິນສາກົນ IFC ຮັບຜິດຊອບພາກພື້ນອາຊີ-ປາຊີຟິກຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຮອງປະທານ IFC ຮັບຜິດຊອບພາກພື້ນອາຊີ-ປາຊີຟິກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງ ເນຊາ ສຕໍໂກວິກ ຮອງປະທານຮອງປະທານບໍລິສັດການເງິນສາກົນ IFC 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ລັດຖະບານຫວຽດນາມພວມປຸກລະດົມໂຄງການເລີ່ມທຸລະກິດແຫ່ງຊາດ ແລະ ຫວັງວ່າ IFC ຈົ່ງໜູນຊ່ວຍຫວຽດນາມ, ເປັນຕົ້ນແມ່ນໄວໜຸ່ມຫວຽດນາມ. ຫວຽດນາມປາດຖະໜາວ່າ IFC ພ້ອມກັບບັນດາອົງການສາກົນ ຈົ່ງລົງທຶນໃນຂົງເຂດພະລັງງານ ໃນຂະນະທີ່ແຫຼ່ງພະລັງງານຜະລິດຄືນໃໝ່ຂອງຫວຽດນາມຍັງເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີ IFC ຈົ່ງຮ່ວມມືກັບບາງສຳນັກການເງິນຂອງຫວຽດນາມ, ໜູນຊ່ວຍຫວຽດນາມຍົກສູງລະດັບການບໍລິຫານງານ…

     ສ່ວນ ທ່ານນາງ ເນຊາ ສຕໍໂກວິກ ຮອງປະທານຮອງປະທານບໍລິສັດການເງິນສາກົນ IFC ໄດ້ເຫັນດີກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ຮ່ວມມືກັບບັນດາສຳນັກງານການເງິນຂອງຫວຽດນາມ ພ້ອມທັງໃຫ້ຮູ້ວ່າ IFC ພວມຮ່ວມມືກັບບັນດາວິສາຫະກິດ ແລະ ທະນາຄານຂອງຫວຽດນາມຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາຢ່າງສົດໃສຂອງວິສາຫະກິດ ແລະ ທະນາຄານຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ