ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ອິນເດຍ

(VOVWORLD) -  ໂດຍເນັ້ນໜັກວ່າ ອິນເດຍ ແມ່ນພື້ນຖານວັດທະນະທຳໂລກ, ມີການພົວພັນ ກັບ ຫວຽດນາມ ຢ່າງເລິກເຊິ່ງທີ່ສຸດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: ສະຖານທູດຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ. ສະຖານທູດກໍ່ຄວນສືບຕໍ່ມານະພະຍາຍາມ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ອິນເດຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ອິນເດຍ

ໂດຍສືບຕໍ່ບັນດາບັນດາການເຄື່ອນໄຫວຢູ່ ອິນເດຍ, ຕອນຄຳວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ອິນເດຍ, ພົບປະ, ຢື້ຢາມຖາມຂ່າວພະນັກງານ, ພາລະກອນສະຖານທູດ ແລະ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອິນເດຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ແລະ ອິນເດຍ ວາງຄາດໝາຍວົງເງິນການຄ້າ 2 ປະເທດໃຫ້ໄດ້ 15 ຕື້ USD ໃນປີ 2020. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ປະກອບສ່ວນຊຸກຍູ້ການປະຕິບັດຄາດໝາຍນີ້; ພ້ອມທັງຊຸກຍູ້ການເຄື່ອນໄຫວລົງທຶນຂອງ ອິນເດຍ ເຂົ້າ ຫວຽດນາມ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ໂດຍເນັ້ນໜັກວ່າ ອິນເດຍ ແມ່ນພື້ນຖານວັດທະນະທຳໂລກ, ມີການພົວພັນ ກັບ ຫວຽດນາມ ຢ່າງເລິກເຊິ່ງທີ່ສຸດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ: ສະຖານທູດຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳລະຫວ່າງ 2 ປະເທດ. ສະຖານທູດກໍ່ຄວນສືບຕໍ່ມານະພະຍາຍາມ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເປັນເສນາທິການໃຫ້ພັກ, ລັດ ໃນການເພີ່ມທະວີສາຍພົວພັນ ຫວຽດນາມ - ອິນເດຍ ກ່ວາອີກ; ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ປະຊາຊົນ ຫວຽດນາມ ຢູ່ ອິນເດຍ ອຸ່ນອ່ຽນໃຈເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ