ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໜ້າທີ່ຈຸດສຸມເຊິ່ງລັດຖະບານພວມສືບຕໍ່ປະຕິບັດນັ້ນແມ່ນຮັບຟັງວິສາຫະກິດ ແລະ ປະຊາຊົນ...

ຕອນບ່າຍວັນທີ 20 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມທີ່ປຶກສາດ້ານເສດຖະກິດຂອງນາຍົກລັດຖະມົນຕີ ເພື່ອແນໃສ່ຮັບຟັງບັນດາສະມາຊິກປະກອບຄຳເຫັນກັບລັດຖະມົນຕີ ກ່ຽວກັບບັນດານະໂຍບາຍພັດທະນາເສດຖະກິດໃນປະຈຸບັນ, ວຽກງານການຄຸ້ມຄອງບໍລິຫານພື້ນຖານເສດຖະກິດເພື່ອບັນລຸໄດ້ໝາກຜົນດີທີ່ສຸດໃນບັນດາຄາດໝາຍທີ່ໄດ້ວາງອອກ.

        ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໜ້າທີ່ຈຸດສຸມເຊິ່ງລັດຖະບານພວມສືບຕໍ່ປະຕິບັດນັ້ນແມ່ນຮັບຟັງວິສາຫະກິດ ແລະ ປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເພື່ອສ້າງຄວາມສະດວກໃຫ້ແຫຼ່ງກຳລັງພັດທະນາ. ດັ່ງນັ້ນ, ກອງປະຊຸມທົ່ວປະເທດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໃນຂົງເຂດກໍ່ສ້າງ ທີ່ດຳເນີນໃນຕອນເຊົ້າວັນທີ 20 ເມສາ ແມ່ນກອງປະຊຸມຫົວເລື່ອງສະເພາະໃຫຍ່ທີ 3 ໃນຈຳນວນ 15 ກອງປະຊຸມທີ່ລັດຖະບານຈັດຕັ້ງ ກໍ່ເພື່ອແນໃສ່ປະຕິບັດຄາດໝາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ