ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 5 ສິງຫາ, ເມື່ອເຮັດວຽກ, ຮັບຟັງການລາຍງານສະພາບການແຜນການຜະລິດດຳເນີນທຸລະກິດ ປີ 2017 ຂອງກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ  - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການເຮັດວຽກ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ: ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ໄດ້ປະກອບສ່ວນຫຼາຍດ້ານໃຫ້ແກ່ປະເທດຊາດ, ພິເສດແມ່ນສະແດງໃຫ້ເຫັນອະທິປະໄຕແຫ່ງຊາດ ຫວຽດນາມ ແລະ ມອບພັນທະເຂົ້າງົບປະມານແຫ່ງລັດໃນຫຼາຍປີບັນລຸຜົນງານທີ່ດີ.

        ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນ 7 ເດືອນຕົ້ນປີ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ໃນໄລຍະຈະມາເຖິງສຸມໃສ່ສ້າງໂຄງປະກອບຄືນໃໝ່, ຈັດຕັ້ງການຜະລິດຄືນໃໝ່, ສຸມໃສ່ບາງວຽກງານສຳຄັນ, ພິເສດແມ່ນການສ້າງຖັນແຖວພະນັກງານ. , ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ຈຸດໝາຍຂອງລັດຖະບານ ແມ່ນສ້າງ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ພັດທະນາໝັ້ນຄົງ, ສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດໃນຫຼາຍທົດສະວັດຈະມາເຖິງ. ດັ່ງນັ້ນ, ເລື່ອງສ້າງໂຄງປະກອບຄືນໃໝ່, ຈັດຕັ້ງການຜະລິດຄືນໃໝ່, ຄຸ້ມຄອງບັນດາທິດທາງໃຫ້ດີກ່ວາອີກ, ສຸມໃສ່ເຂົ້າບາງວຽກງານສຳຄັນ, ພິເສດແມ່ນສ້າງຖັນແຖວພະນັກງານ, ປັບປຸງບັນດາບັນຫາຍັງຄົງຄ້າງ, ຮ້ອນເຮັ່ງໃນໄລຍະຜ່ານມາ, ແມ່ນໜ້າທີ່ສຳຄັນທີ່ສຸດເພື່ອປະຕິບັດໜ້າທີ່ໜັກໜ່ວງຂອງພັກ, ລັດ ມອບໝາຍໃຫ້ກຸ່ມບໍລິສັດຫຼັກແຫຼ່ງ - ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ