ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ ຕ້ອນຮັບ ເສນາທິການໃຫຍ່ ກອງທັບບຸນກາຣີ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ຕ້ອນຮັບ
ເສນາທິການໃຫຍ່ກອງທັບ ບຸນກາຣີ ພ້ອມດ້ວຍຄະນະ
(ພາບ: chinhphudientu)
|
Vovworld- ຕອນບ່າຍວັນທີ 26/11, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ໄດ້ໃຫ້ການຕ້ອນຮັບເສນາທິການໃຫຍ່ກອງທັບ ບຸນກາຣີ ທ່ານ Hristov Simeonov ຊຶ່ງພວມຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ຢືນຢັນວ່າ ຫວຽດນາມຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານກັບ ບຸນກາຣີ ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ຫວຽດນາມສະໜັບສະໜູນການເຄື່ອນໄຫວຮ່ວມມືລະຫວ່າງກອງທັບຂອງ 2 ປະເທດ, ສະເໜີ 2 ຝ່າຍຊຸກຍູ້ວຽກງານເພື່ອລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດໃນຂົງເຂດຕ່າງໆຊຶ່ງທັງ 2 ຝ່າຍມີຄວາມສາມາດຮ່ວມມືຄື ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນໃນການປົກປັກຮັກສາສັນຕິພາບສາກົນ.