ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເຊັກ
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 3/12, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຊູແອດ Camilla Mellander ແລະ ທ່ານເອກອັກຄະລັດຖະທູດ ສ.ເຊັກ Martin Klepetlo, ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດມາຮັບໜ້າທີ່ການທູດໃໝ່ຢູ່ຫວຽດນາມ. ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ຊູແອດ Camilla Mellander, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ ຢືນຢັນວ່າ; ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປາດຖະໜາຢາກພ້ອມກັບ ຊູແອດມານະພະຍາຍາມນຳການພົວພັນສອງປະເທດນັບມື້ນັບພັດທະນາ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃຫ້ທັງສອງຝ່າຍ. ທ່ານນາຍົກລັດຖະມົນຕີສະເໜີວ່າ ສອງຝ່າຍຄວນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ ເພື່ອແນໃ່ເພີ່ມທະວີຄວາມເອົາອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອເປັນພື້ນຖານຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງສອງປະເທດ. ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສ.ເຊັກ Martin Klepetlo, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ໄດ້ສະເໜີໃຫ້ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນກວ່າອີກ; ສະໜັບສະໜູນເຊິ່ງກັນລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ປາດຖະໜາວ່າທ່ານເອກອັກຄະລັດຖະທູດ Martin Klepetlo ໃນອາຍຸການປະຕິບັດງານຂອງຕົນ ຈະປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃຫ້ດີຍິ່ງໆຂຶ້ນ.