ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ ພິທີລົງມືກໍ່ສ້າງ ສູນປິ່ນປົວໂລກກ້ອນເບົ້າ -ມະເຮັ່ງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງເຂົ້າຮ່ວມພິທີເປີດໂຄງການກໍ່ສ້າງສູນປິ່ນປົວໂລກກ້ອນເບົ້າ-ມະເຮັ່ງ - ໂຮງໝໍເຈີ້ໄຣ້
(ພາບ : internet)
|
Vovworld- ກ່າວຄຳເຫັນທີ່ພິທີເປີດໂຄງການກໍ່ສ້າງສູນປິ່ນປົວໂລກກ້ອນເບົ້າ-ມະເຮັ່ງ - ໂຮງໝໍເຈີ້ໄຣ້ ເມື່ອຕອນເຊົ້າວັນທີ 16/12, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ໄດ້ເນັ້ນໜັກວ່າ ນີ້ແມ່ນໂຮງໝໍທີ່ມີອິດທິພົນຊື່ສຽງບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງມີອິດທິພົນຊື່ສຽງຢູ່ຕ່າງປະເທດອີກດ້ວຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸ້ງ ຫວັງວ່າ ໂຮງໝໍເຈີ້ໄຣ້ຈະເສີມຂະຫຍາຍ ມູນເຊື້ອອັນດີງາມ, ຢັ້ງຢືນອິດທິພົນຊື່ສຽງຂອງໂຮງໝໍ ຊັ້ນນຳຢູ່ພາກໃຕ້. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸ້ງ ກ່າວວ່າ :
“ ພວກເຮົາຕ້ອງຕັດສິນໃຈ, ສ້າງໃຫ້ມີໂຄງການແບບຄົບຊຸດ, ນັບທັງການເພີ່ມຈຳນວນຕຽງນອນຄົນເຈັບ, ວັດຖຸພາຫະນະອຸປະກອນ ແລະ ກໍ່ສ້າງຖັນແຖວແພດໝໍລົງເລິກຂະແໜງ. ພັກ ແລະ ລັດມີຄວາມຕັດສິນໃຈຢ່າງສູງເມື່ອເຫັນວ່າ ສະພາບໂຮງໝໍບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຄົນເຈັບ ແມ່ນບັນຫາທີ່ເປັນຫ່ວງເປັນໄຍທີ່ສຸດ, ດັ່ງນັ້ນພວກເຮົາຕ້ອງສຸມກຳລັງແຮງແກ້ໄຂບັນຫານີ້ ເພື່ອເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ ”
ໂຄງການກໍ່ສ້າງສູນປິ່ນປົວໂລກກ້ອນເບົ້າ-ມະເຮັ່ງ - ໂຮງໝໍເຈີ້ໄຣ້ ມີຂອບຂະໜາດກວ້າງ 1.900 m2 ປະກອບດ້ວຍ 14 ຊັ້ນ, ໃນນັ້ນມີ 2 ຊັ້ນໃຕ້ດິນ, ມີ 250 ຕຽງນອນຄົນເຈັບ. ຍອດເງິນລົງທຶນຂອງ ໂຄງການກໍ່ສ້າງສູນປິ່ນປົວໂລກກ້ອນເບົ້າ-ມະເຮັ່ງ - ໂຮງໝໍເຈີ້ໄຣ້ ແມ່ນກ່ວາ 428 ຕື້ດົງ.