(ພາບ: VGP)
(vovworld)- ວັນທີ 14/12, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງການພົວພັນຄູ່ເຈລະຈາອາຊຽນ-ຍີ່ປຸ່ນ ແລະ ກອງປະຊຸມແມ່ຂອງ-ຍີ່ປຸ່ນຄັ້ງທີ 5 ຊື່ງໄດ້ຈັດຂຶ້ນຢູ່ຍີ່ປຸ່ນ.
ກ່ອນໜ້ານັ້ນ, ໃນວັນທີ 13/12, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບປະທານສະຫະພັນສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ, ປະທານສະພາຊຸກຍູ້ການທູດ ປຊຊ, ປະທານທະນາຄານຮ່ວມມືສາກົນຍີ່ປຸ່ນ ແລະ ການນຳບັນດາກຸ່ມບໍລິສັດໃຫ່ຍຂອງຍີ່ປຸ່ນ.
ທີ່ການຕ້ອນຮັບທ່ານ Nikai Toshihiro, ປະທານສະຫະພັນສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ຊົມເຊີຍແນວຄວາມຄິດສ້າງຕັ້ງມະຫາວິທະຍາໄລຫວຽດນາມ-ຍີ່ປຸ່ນ ຢູ່ຮ່າໂນ້ຍ ຊື່ງຝ່າຍຄູ່ຮ່ວມມືຫວຽດນາມ-ຍີ່ປຸ່ນພວມຊຸກຍູ້ ແລະ ໄດ້ຮັບການສະໜັບສະໜູນຈາກ ສະຫະພັນສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ.
ທີ່ການຕ້ອນຮັບທ່ານ Matsuzawa Ken, ປະທານສະພາຊຸກຍູ້ການທູດ ປຊຊ (FEC) ຂອງຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ເຊື່ອມໝັ້ນວ່າ, FEC ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເປີດກ້ວາງ ແລະ ເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ຍີ່ປຸ່ນ, ໂດຍສະເພາະແມ່ນໃນບັນດາຂົງເຂດເສດຖະກິດ-ການຄ້າ-ການລົງທຶນ-ພັດທະນາແຫຼ່ງຊັບພະຍາກອນມະນຸດ….
ທີ່ການຕ້ອນຮັບທ່ານ Hirosi Watanabe ປະທານທັງເປັນຮອງຜູ້ອຳນວຍການ ທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC), ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ສະເໜີໃຫ້ JBIC ຈົ່ງເພີ່ມທະວີການໜູນຊ່ວຍບັນດາໂຄງການສຳຄັນຂອງຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດພັດທະນາພື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານ… ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢຸງ ຢືນຢັນວ່າ: ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ JBIC ກໍ່ຄືບັນດາວິສາຫະກິດຍີ່ປຸ່ນ ເປີດກ້ວາງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ./.