ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ ຫວຽດ​ນາມ ປະ​ກາດໃຊ້​ໂທ​ລະ​ເລກ​ທາງ​​ການ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ວັນທີ 2 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ປະກາດໃຊ້ໂທລະເລກທາງການກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ ຫວຽດ​ນາມ ປະ​ກາດໃຊ້​ໂທ​ລະ​ເລກ​ທາງ​​ການ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: nhandan.com.vn) 

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ອົງການປົກຄອງ ແຂວງ, ນະຄອນຂຶ້ນກັບສູນກາງ ສືບຕໍ່ປະຕິບັດຍຸດທະສາດຄວບຄຸມແຫຼ່ງຕິດແປດຈາກພາຍນອກຢ່າງເຂັ້ມງວດ, ກຳນົດເຂດ ດັບມອບຢ່າງເຖິງຖອງ ແລະ ປິ່ນປົວຢ່າງມີປະສິດທິຜົນຢູ່ພາຍໃນປະເທດ; ເພີ່ມທະວີການເຝົ້າລະວັງຄວາມສ່ຽງຂອງໂລກລະບາດ, ຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າ, ຮັບມືກັບໂລກລະບາດໃນທຸກກໍລະນີຢ່າງທຸ່ນທ່ຽງ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດທີ່ໄດ້ວາງອອກຢ່າງຂ້ຽວຂາດ, ຄົບຊຸດ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ