ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ເອກອັກຂະລັດຖະທູດສະໂລວະກີ

(VOVWORLD) - ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດສະໂລວະກີ Igor Pacolak ມາກ່າວອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ.

ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບ ເອກອັກຂະລັດຖະທູດສະໂລວະກີ - ảnh 1ທ່ານເອກອັກຄະລັດຖະທູດສະໂລວະກີ Igor Pacolak ແລະ ທ່ານນາຍົກລັດຖະມົນຕີ

ຫງວຽນຊວນຟຸກ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ້ງເຫວະ ຈະໄປຢ້ຽມຢາມ ສະໂລວະກີ ຢ່າງເປັນທາງການ ແລະ ປາຖະໜາວ່າຜ່ານການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະແລກປ່ຽນ, ເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີ ປາຖະໜາວ່າ ສອງຝ່າຍຈະເພີ່ມທະວີບັນດາການຢ້ຽມຢາມຂັ້ນສູງເຊິ່ງກັນ ແລະ ກັນ ກໍ່ຄືແລກປ່ຽນບັນດາຄະນະວິສາຫະກິດສອງປະເທດ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າຈະສ້າງທຸກໆເງື່ອນໄຂໃຫ້ບັນດາວິສາຫະກິດ ສະໂລວະກີ ລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ແລະ ສະເໜີໃຫ້ຝ່າຍ ສະໂລວະກີ ສືບຕໍ່ສະໜັບສະໜູນ, ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ; ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໂດຍໄວ. ສ່ວນ, ຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍເພື່ອໃຫ້ ສະໂລວະກີ ເພີ່ມທະວີການພົວພັນກັບ ອາຊຽນ ແລະ ບັນດາປະເທດສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ