ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງດົ່ງທາບ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຢ້ຽມຢາມແລະເຮັດວຽກຢູ່ແຂວງດົ່ງທາບ)
(vovworld) - ຕອນບ່າຍວັນທີ 12/06, ຢູ່ນະຄອນ ກາວແລ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳແຂວງດົ່ງທາບ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມຂອງແຂວງ, ປຶກສາຫາລືບັນດາມາດຕະການແກ້ໄຂສະພາບແຫ້ງແລ້ງ. ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ, ດົ່ງທາບ ມີຄວາມກ້າວໜ້າດ້ານເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດຢ່າງຮອບດ້ານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດສະຫຼຸບຮູບແບບດັ່ງກ່າວເພື່ອແນະນຳໃຫ້ທ້ອງຖິ່ນອື່ນໆ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ແຂວງດົ່ງທາບ ຈົ່ງມີມາດຕະການແກ້ໄຂເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.