ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງກາວບັ່ງ
(VOVWORLD) -ຕອນບ່າຍວັນທີ 24 ພະຈິກ, ຢູ່ກາວບັ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບການນຳບັນດາກະຊວງ, ຂະແໜງການໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງກາວບັ່ງ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳແຂວງກາວບັ່ງ
(ພາບປະກອບ: TTXVN)
|
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ໜຶ່ງໃນບັນດາມາດຕະການແກ້ໄຂບຸກທະລຸ ຊ່ວຍໃຫ້ແຂວງກາວບັ່ງ ພັດທະນາເສດຖະກິດ, ສັງຄົມແມ່ນເສັ້ນທາງຄວາມໄວສູງ ຈ່າລິ້ງ - ກາວບັ່ງ; ກາວບັ່ງ ມີເສັ້ນຊາຍແດນຕິດກັບແຂວງ ກວາງຊີ ຂອງຈີນ, ສະນັ້ນ ກາວບັ່ງ ຄວນຊຸກຍູ້ການພັດທະນາເສດຖະກິດດ່ານຊາຍແດນ, ການຄ້າຊາຍແດນ. ນອກນັ້ນ, ດ້ວຍບັນດາຄຸນຄ່າມໍລະດົກ, ປູຊະນີຍະສະຖານ, ທິວທັດທຳມະຊາດຂອງກາວບັ່ງ, ແຂວງຄວນສືບຕໍ່ຊຸກຍູ້ການພັດທະນາດ້ານການທ່ອງທ່ຽວຄືດັ່ງເສົາຄ້ຳພັດທະນາເສດຖະກິດ, ສັງຄົມ.