ນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບເອກອັກຄະລັດຖະທູດສະຫະພັນເຢຍລະມັນ

ນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບເອກອັກຄະລັດຖະທູດສະຫະພັນເຢຍລະມັນ - ảnh 1
(ທ່ານນາຍົກ​ລັດຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​
ຕ້ອ​ນຮັບເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພັນ​ເຢຍ​ລະ​ມັນ)

(vovworld)- ​ ຕອນ​ບ່າຍ ວັນ​ທີ 1/8, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານນາ​ຍົກ​ລັດ​ຖະ​ມ​ົນ​ຕີ​​ຫວຽ​ດ​ນາມ ຫງວຽນ​ຊວນ​ຟຸກ  ໄດ້​ໃຫ້​ການ​ຕ້ອ​ນ​ຮັບ ທ່ານ Christian Berger ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ພັນ​ເຢຍ​ລະ​ມັນ ເນື່ອງ​ໃນ​ໂອ​ກາດ​ຮັບ​ໜ້າ​ທີ່​ປະ​ຕິ​ບັດງານ ຢູ່ ​ຫວຽດ​ນາມ. ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວ​ຽນ​ຊວນ​ຟຸກ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ ໃນ​ອາ​ຍຸ​ການ​ຂອງ​ຕົນ, ທ່ານ ເອກອ​ັກ​ຄະ​ລັດ​ຖະ​ທູດ ຈະ​ມີ​ການ​ປະ​ກອບ​ສ່ວນ​ແທດ​ຈິງຫຼາຍ​ຢ່າງ ເພື​່ອ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ ​ໃຫ້​ພັດ​ທະ​ນາ​ຢ່າງ​ຈົບ​ງາມກວ່າ. ຕີ​ລາ​ຄາ​ສູງ​ບັນ​ດາ​ແນວ​ຄວາມ​ຄິດ ແລະ ຄວາ​ມ​ມາ​ນະ​ພະ​ຍາ​ຍາມ ​ຂອງ ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ເພື່ອແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ​້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ:​ ສອງ​ປະ​ເທດ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ ແລະ ການ​ຄ້າ, ສູ້​ຊົນ​ຮອດ​ປີ 2020, ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ ອາດ​ສາ​ມາດ​ບັນ​ລຸ​ແຕ່ 15-20 ຕື້ USD. ພ້ອ​ມ​ກັນ​ນັ້ນ ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື ໃນ​ບັນ​ດາ​ຂົງ​ເຂດ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ວິ​ຊາ​ຊີບ, ໃນ​ນັ້ນ​ມີ​ໂຄງ​ການ​ໂຮງ​ຮຽນ​ມາ​ຫາ​ວິ​ທະ​ຍາ​ໄລ ​ຫວຽດ-ເຢຍ​ລະ​ມັນ. ທ່ານ ຍາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເຫັນ​ດີ​ກັບ​ຂໍ້ສະ​ເໜີ​ ຂອງ ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ-ເຢຍ​ລະ​ມັນ ແລະ ໃຫ້​ຮູ້​ວ່າ: ຈ​ະ​ມອບ​ໃຫ້​ບັນ​ດາອົງ​ການ​ກ່ຽວ​ຂ້ອງ ແລກ​ປ່ຽນ​ກັບ​ຝ່າຍ​ເຢຍ​ລະ​ມ​ັນ ເພື່ອ​ຄົ້ນ​ຄວ້າ, ຜັນ​ຂະ​ຫຍາຍ.

ຂ່າວ/ບົດ​ອື່ນ