ນາຍົກລັດຖະມົນຕີຫງວຽນເຕິ້ນຢຸງ ເຂົ້າຮ່ວມ ກອງປະຊຸມໃຫຍ່ແຂ່ງຂັນເພື່ອຄວາມສະຫງົບ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງກ່າວຄຳເຫັນທີ່ກອງປະຊຸມໃຫຍ່ |
(vovworld)- ຕອນເຊົ້າວັນທີ 5/8, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມໄດ້ຈັດກອງປະຊຸມໃຫຍ່ແຂ່ງຂັນ “ເພື່ອຄວາມສະຫງົບຂອງປະເທດຊາດ” ຄັ້ງທີ 7 ໂດຍມີການເຂົ້າຮ່ວມຂອງຕົວແບບທີ່ກ້າວໜ້າກວ່າ 350 ຄົນໃນບັນດາຂະບວນການແຂ່ງຂັນຮັກຊາດຂອງກຳລັງຕຳຫຼວດປະຊາຊົນໃນທົ່ວປະເທດໄລຍະ 2011 – 2015. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ເນັ້ນໜັກວ່າ ການແຂ່ງຂັນຮັກຊາດແມ່ນກຳລັງໜູນຊຸກຍູ້ບັນດາຂະບວນການປະຕິວັດ ແລະ ທັງເປັນມູນເຊື້ອປະຕິວັດຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ຊີ້ແຈ້ງວ່າກຳລັງຕຳຫຼວດປະຊາຊົນ ມີບົດບາດສຳຄັນພິເສດ, ແມ່ນອົງການເສນາທິການ, ແມ່ນກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ຮັບປະກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍສັງຄົມ, ຮັບໃຊ້ພາລະກິດພັດທະນາເສດຖະກິດສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດເປັນຢ່າງດີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕິ້ນຢຸງ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຍາມໃດກໍມີຄວາມເອກອ້າງທະນົງໃຈກ່ຽວກັບກຳລັງຕຳຫຼວດປະຊາຊົນຫວຽດນາມວິລະຊົນ ແລະ ຈະສືບຕໍ່ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກຳລັງຕຳຫຼວດປະຊາຊົນ ແລະ ຂະບວນການ ແຂ່ງຂັນ “ເພື່ອຄວາມສະຫງົບຂອງປະເທດຊາດ” ຂະຫຍາຍຕົວຢ່າງແຂງແຮງ ແລະ ບັນລຸໄດ້ຫຼາຍຜົນງານດີເດັ່ນກວ່າເກົ່າໃນໄລຍະທີ່ຈະມາເຖິງ.