ນາຍົກລັດຖະມົນຕີຫງວຽນເຕີນຢູ້ງຕ້ອນຮັບປະທານສະພາແຫ່ງຊາດເຢຍລະມັນ
ນາຍົກລັດຖະມົນຕີຫງວຽນເຕີນຢູ້ງ (ຂວາ) ແລະ ປະທານສະພາແຫ່ງຊາດເຢຍລະມັນ
(ພາບ: VGP)
|
(vovworld) - ຕອນບ່າຍວັນທີ 27/3, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຢຍລະມັນ Nobert Lammert ມາເຂົ້າຮ່ວມກອງປະຊຸມສະຫະພັນລັດຖະສະພາສາກົນຄັ້ງທີ 132, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ 2 ປະເທດພວມມີບັນດາການຫັນປ່ຽນຕັ້ງໜ້ານັບແຕ່ເມື່ອ 2 ປະເທດຍົກລະດັບເປັນຄູ່ຮ່ວມມືຍຸດທະສາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຫວັງວ່າ: ສະພາແຫ່ງຊາດ ເຢຍລະມັນສະໜັບສະໜູນ ຫວຽດນາມ ແລະ ສະຫະພາບເອີລົບ ປະຕິບັດສຳເລັດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (FTA) ໂດຍໄວ. ສະພາແຫ່ງຊາດ ເຢຍລະມັນຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ ຫວຽດນາມ ພັດທະນາແຮງກ່ວາອີກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຝາກຄຳແປງເບົ່າຄວາມເສົ້າສະຫຼົດໃຈເຖິງການນຳ ແລະ ປະຊາຊົນ ເຢຍລະມັນກ່ຽວກັບອຸບັດຕິເຫດເຮືອບິນ Germanwings ຕົກເຮັດໃຫ້ພົນລະເມືອງ ເຢຍລະມັນຫຼາຍຄົນເສຍຊີວິດ.