ນາຍົກລັດຖະມົນຕີຫງວຽນເຕີ໋ນຢຸງຕ້ອນຮັບລັດຖະມົນຕີວ່າ
ການກະຊວງການຕ່າງປະເທດບຣາຊີນ
(ພາບ: infonet.vn)
(vovworld) – ຕອນບ່າຍວັນທີ 27/7, ທີ່ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຣາຊີນ Mauro Luiz Vieira ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບ ບຣາຊີນ ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການນຳ ຫວຽດນາມ ຊົມເຊີຍການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ບຣາຊີນ Dilma Rousseff ໃນທ້າຍປີນີ້, ຄຽງຂ້າງນັ້ນ, 2 ຝ່າຍຕ້ອງຍູ້ແຮງການຮ່ວມມືລະຫວ່າງ 2 ປະເທດກ່ວາອີກພິເສດແມ່ນ ເສດຖະກິດ, ການຄ້າ, ການລົງທຶນ.
ສ່ວນທ່ານ Mauro Luiz Vieira ໄດ້ແຈ້ງໝາກຜົນຂອງການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ, ທ່ານ Mauro Luiz Vieira ໃຫ້ຮູ້ວ່າ: 2 ຝ່າຍໄດ້ເຫັນດີເຫັນພ້ອມ ແລະ ເຫັນດີເປັນເອກະສັນໃນທຸກຂົງເຂດຮ່ວມມື 2 ຝ່າຍ.ໃນນັ້ນ ບຣາຊີນ ຈະຮັບຮອງ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫລາດໂດຍໄວ; ຕັ້ງໜ້າເຈລະຈາເພື່ອລົງນາມໃນສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ; ສູ້ຊົນຍົກວົງເງິນການຄ້າ 2 ສົ້ນຈາກ 3 ຕື້ USD ໃນປີ 2014 ຂຶ້ນເຖິງ 10 ຕື້ USD ໃນປີ 2020.
ແທ່ງຈຸງ, ນັກຂ່າວ VOV ຫວຽດນາມ