ນາຍົກລັດຖະມົນຕີຫວຽດນາມໂອ້ລົມທາງໂທລະສັບກັບປະທານາທິບໍດີຜູ້ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງອາເມລິກາ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູ໋ກ ໂອ້ລົມທາງໂທລະສັບກັບ
(ພາບ: TTXVN)
(vovworld) - ວັນທີ 14/12, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟູ໋ກ ໄດ້ມີ ການໂອ້ລົມທາງໂທລະສັບກັບ ທ່ານ Donald Trump ປະທານາທິບໍດີຜູ້ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງຂອງ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ອວຍພອນ ທ່ານ Donald Trump ໄດ້ຮັບເລື້ອກຕັ້ງເປັນປະທານາທິບໍດີຄົນທີ 45 ຂອງ ອາເມລິກາ ແລະ ຢືນຢັນວ່າ ຫວຽດນາມ ຖຶືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືກັບ ອາເມລິກາ.
ສ່ວນທ່ານ Donald Trump ໄດ້ຕີລາຄາສູງ ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ບັນດາບາດກ້າວໃນການພົວພັນສອງປະເທດຢ່າງຕັ້ງໜ້າ ແລະ ຢືນຢັນຄວາມປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອພ້ອມກັນຊຸກຍູ້ການພົວພັນ. ການນຳ 2 ທ່ານໄດ້ແລກປ່ຽນທິດທາງ ແລະ ມາດຕະການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.