ນາຍົກລັດຖະມົນຕີອອກຄຳສັ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ໃນສະພາບການໃໝ່

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ່າງໆ ຈົ່ງສືບຕໍ່ຊາບຊຶມ, ປະຕິບັດທິດນຳທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”.

ນາຍົກລັດຖະມົນຕີອອກຄຳສັ່ງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ໃນສະພາບການໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: VGP)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ມີຄຳສັ່ງກ່ຽວກັບເລື່ອງສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນສະພາບການໃໝ່. ໃນຄຳສັ່ງຊີ້ ໄດ້ແຈ້ງວ່າ: ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ທົ່ວໂລກແລ້ວ, ຢູ່ຫວຽດນາມ, ພາຍຫຼັງປະຕິບັດການແຍກຫ່າງໃນສັງຄົມເປັນເວລາ 3 ອາທິດ ຕາມຄຳສັ່ງເລກທີ 16, ທົ່ວປະເທດໄດ້ກວດພົບ ແລະ ແກ້ໄຂບັນດາເຂດເກີດໂລກລະບາດໄດ້ຢ່າງທັນການ, ສືບຕໍ່ຄວບຄຸມ, ຈຳກັດລະດັບແຜ່ລະບາດໃນຊຸມຊົນ, ປິ່ນປົວໃຫ້ຜູ້ຕິດເຊື້ອໄວຣັດຫາຍດີເປັນປົກກະຕິໄດ້ສ່ວນຫຼາຍ ແລະ ບໍ່ມີຜູ້ເສຍຊີວິດ. ເຖິງຢ່າງໃດກໍ່ຕາມ, ສະພາບໂລກລະບາດຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຄວາມສ່ຽງເກີດໂລກລະບາດຍັງຢູ່ໃນລະດັບສູງ, ສົ່ງຜົນສະທ້ອນເຖິງເສດຖະກິດ - ສັງຄົມ, ການດຳລົງຊີວິດຂອງປະຊາຊົນ.

ເພື່ອແນໃສ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ພ້ອມທັງສືບຕໍ່ພັດທະນາເສດຖະກິດ-ສັງຄົມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຕ່າງໆ ຈົ່ງສືບຕໍ່ຊາບຊຶມ, ປະຕິບັດທິດນຳທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”.

ຄຳສັ່ງຊີ້ ແຈ້ງວ່າ: ອະນຸຍາດໃຫ້ຜ່ອນຜັນບັນດາມາດຕະການສະກັດກັ້ນ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ; ຟື້ນຟູບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ບົນພື້ນຖານຮັບປະກັນການຄວບຄຸມໂລກລະບາດໄດ້ເປັນຢ່າງດີ, ໂດຍສະເພາະແມ່ນນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ບັນດາເຂດຕົວເມືອງໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ