ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ເຫົ້າຢາງ

(VOVWORLD) - ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການລົງທຶນແຂວງ ເຫົ້າຢາງ ດ້ວຍຫົວຂໍ້ວ່າ “ເຫົ້າຢາງ - ຄວາມສາມາດບົ່ມຊ້ອນແຫ່ງການລົງທຶນ ແລະ ພັດທະນາ” ດຳເນີນໃນຕອນເຊົ້າວັນທີ 28 ກັນຍາ ຢູ່ແຂວງ ເຫົ້າຢາງ, 
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ເຫົ້າຢາງ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງແຂວງ ມີທ່າໄດ້ປຽບຢ່າງໃຫຍ່ຫລວງ ດ້ວຍແຫຼ່ງວັດຖຸດິບກະສິກຳ, ສິນໃນນ້ຳທີ່ອຸດົມສົມບູນ, ມີປະລິມານຕົ້ນໄມ້ກິນໝາກຫລາຍ; ເຂົ້າຄຸນນະພາບສູງມີເຄື່ອງໝາຍການຄ້າ. ກ່ຽວກັບການກຳນົດທິດພັດທະນາຂອງແຂວງ ຕິດພັນກັບການດຶງດູດການລົງທຶນ, ທ່ານນາຍົກລັດຖະມົນຕີສະເໜີວ່າ ແຂວງມີວິໄສທັດການພັດທະນາໃນການວາງແຜນຜັງຂອງທົ່ວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງການນຳແຂວງ ສ້າງລະບົບຊີວະພາບເລີ່ມທຸລະກິດທີ່ສະດວກ ເພື່ອຊຸກຍູ້ການເລີ່ມດຳເນີນທຸລະກິດ. ພ້ອມກັນນັ້ນ ແມ່ນມີມາດຕະການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງໃຫ້ຄວາມຕ້ອງການຂອງນັກລົງທຶນ. ທ່ານນາຍົກລັດຖະມົນຕີ ກ່າວວ່າ:

        “ພວກເຮົາມີແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນ ໃນເກນອາຍຸອອກແຮງງານສູງ ກ່ວາລະດັບສະເລ່ຍຂອງທົ່ງພຽງແມ່ນ້ຳຂອງ. ແຕ່ການກໍ່ສ້າງອາຊີບຕາມຄວາມຕ້ອງການຂອງບັນດາວິສາຫະກິດ ແລະ ເພື່ອໃຫ້ການພັດທະນານັ້ນ ມັນຍັງແມ່ນຈຸດອ່ອນ. ເພາະສະນັ້ນ ທາງແຂວງຢາກດຶງດູດ ເພື່ອພັດທະນາ ຄວນເອົາໃຈໃສ່ເປັນພິເສດເຖິງການສຶກສາບຳລຸງສ້າງ, ເປັນຕົ້ນແມ່ນແຮງງານຊົນນະບົດ, ຫັນປ່ຽນແຮງງານອອກຈາກຂົງເຂດກະສິກຳຢ່າງມີປະສິດທິຜົນ. ແຮງງານກະສິກຳກວມ ກ່ວາ 70% ທົ່ວແຂວງ, ແມ່ນຈຳນວນແຮງງານຊົນນະບົດຫລາຍໂພດ ແລະ ຄວນຫັນປ່ຽນອົງປະກອບຢ່າງແຮງ .

ຕອບກັບ

ຂ່າວ/ບົດ​ອື່ນ