ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມໂຕະມົນກັບເຄືອຂ່າຍ
ຊ່ຽວຊານທົ່ວໂລກກ່ຽວກັບການພັດທະນາຂອງຫວຽດນາມ
(ພາບ: TTXVN)
(vovworld)- ຕອນບ່າຍວັນທີ 13/12, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມໂຕະມົນ ນາຍົກລັດຖະມົນຕີ ກັບເຄືອຂ່າຍຊ່ຽວຊານທົ່ວໂລກ ກ່ຽວກັບການພັດທະນາຂອງຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ສະພາບການເສດຖະກິດ, ການເມືອງໂລກພວມຜັນແປໄປຢ່າງສັບສົນ ແລະ ຍາກທີ່ຄາດຄະເນໄດ້, ໃນຂະນະ ພື້ນຖານເສດຖະກິດຫວຽດນາມ ພວມເປີດກວ້າງ, ວົງເງິນຂາເຂົ້າຂາອອກເທົ່າກັບ 170% GDP. ຫວຽດນາມ ຄວນບັນລຸຄາດໝາຍການເຕີບໂຕ, ຖ້າຫາກການເຕີບໂຕຕ່ຳ ບັນຫາຫນີ້ສາທາລະນະ ແລະ ການແກ້ໄຂວຽກເຮັດງານທຳຈະປະສົບກັບຄວາມຫຍຸ້ງຍາກ. ທຸກການຜັນແປຂອງໂລກ ລ້ວນແຕ່ສົ່ງຜົນກະທົບເຖິງຫວຽດນາມ. ສະນັ້ນ ລັດຖະບານຫວຽດນາມຢາກຮັບຟັງບັນດາຜູ້ຊ່ຽວຊານປະກອບຄຳເຫັນກ່ຽວກັບຂໍ້ຕິດຂັດສຳຄັນຂອງຫວຽດນາມ ກ່ຽວກັບລະບອບນະໂຍບາຍຢ່າງເປີດອົກເປີດໃຈ, ຈິງໃຈ ແລະ ກົງໄປກົງມາ