(ພາບ:vietnamplus.vn)
( vovworld ) – ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຫາກໍ່ເຊັນອະນຸມັດຍຸດທະສາດໜີ້ສິນຂອງລັດ ແລະ ໜີ້ສິນຕ່າງປະເທດຂອງຫວຽດນາມ ໄລຍະ 2011-2020 ແລະ ວິໄສທັດປີ 2030 ເພື່ອແນໃສ່ຈຸດໝາຍຈັດຕັ້ງການລະດົມທຶນກູ້ຢືມດ້ວຍຄ່າໃຊ້ຈ່າຍ ແລະ ລະດັບຄວາມສ່ຽງທີ່ເໝາະສົມ, ຕອບສະໜອງຄວາມຕ້ອງການດຸ່ນດຽງງົບປະມານແຫ່ງລັດ ແລະ ການລົງທຶນພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ ຊື່ງຕາມນັນແລ້ວເລື່ອງຈັດແບ່ງ, ນຳໃຊ້ທຶນກູ້ຢືມຕ້ອງຖືກຕ້ອງຕາມຈຸດປະສົງ, ມີປະສິດທິຜົນ, ຮັບປະກັນຄວາມສາມາດການໄຊ້ໜີ້; ຮັກສາບັນດາດັດຊະນີໜີ້ສິນຂອງລັດ, ໜີ້ສິນຂອງຕ່າງປະເທດຂອງປະເທດຊາດຢູ່ໃນລະດັບປອດໄພ, ຮັບປະກັນຄວາມໝັ້ນຄົງດ້ານການເງິນແຫ່ງຊາດ, ສອດຄ່ອງກັບເງື່ອນໄຂຂອງຫວຽດນາມ ແລະ ທຳນຽມສາກົນ.
ກ່ຽວກັບດັດຊະນີລວມ, ການກູ້ຢືມພາຍໃນ ແລະ ຕ່າງປະເທດເພື່ອທົດແທນໃຫ້ການໃຊ້ຈ່າຍເກີນດຸນງົບປະມານຕາມທິດຫລຸດຜ່ອນລົງ, ສູ້ຊົນຮອດປີ 2015 ໃຫ້ຕ່ຳກ່ວາ 4,5% GDP, ໄລຍະ 2016-2020 ເທົ່າກັບປະມານ 4% GDP ແລະ ໄລຍະຫຼັງປີ 2020 ສະເລ່ຍປະມານ 3% GDP.
ແລະ ກໍ່ຕາມຍຸດທະສາດນີ້, ຈະຄ່ອຍໆຫລຸດຜ່ອນການໜີ້ສິນຂອງລັດເທື່ອລະກ້າວ, ຮອດປີ 2030 ໜີ້ສິນຂອງລັດບໍ່ເກີນ 60% GDP, ໃນນັ້ນໜີ້ສິນຂອງລັດຖະບານບໍ່ເກີນ 50% GDP ແລະ ໜີ້ສິນຕ່າງປະເທດຂອງປະເທດຊາດບໍ່ເກີນ 45% GDP.