ນາຍົກລັດຖະມົນຕີເດີນທາງອອກຈາກປັກກິງໄປຢ້ຽມຢາມເຂດປົກຄອງພິເສດຮົ່ງກົງ-ຈີນ
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ໄປຮອດສະໜາມບິນສາກົນຮົ່ງກົງ)
(vovworld) - ຕອນເຊົ້າວັນທີ 14/09, ຕາມເວລາຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງປັກກິງ, ເດີນທາງໄປຢ້ຽມຢາມເຂດປົກຄອງພິເສດຮົ່ງກົງ, ປະເທດຈີນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນຮົ່ງກົງ. ຄາດວ່າ, ໃນໄລຍະຢູ່ຢ້ຽມຢາມຮົ່ງກົງ ໃນຕອນທ່ຽງວັນທີ 14/09, ທ່ານນາຍົກລັດຖະມົນຕີຈະມີການພົບປະກັບຫົວໜ້າເຂດປົກຄອງພິເສດຮົ່ງກົງ; ຕ້ອນຮັບເລຂາທິການໃຫຍ່ອຳນາດການປົກຄອງເຂດປົກຄອງພິເສດຮົ່ງກົງ; ເຂົ້າຮ່ວມເວທີປາໄສວິສາຫະກິດຫວຽດນາມ - ຮົ່ງກົງ; ຕ້້ອນຮັບການນຳບາງກຸ່ມບໍລິສັດໃຫຍ່ຮົ່ງກົງ; ພົບປະກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຮົ່ງກົງ, ມາກາວ…