(vovworld)- ຕອນບ່າຍວັນທີ 25/6, ໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ມີການເຈລະຈາກັບ ທ່ານນາງ ຍີ່ງລັກ ຊີນະວັດ ນາຍົກລັດຖະມົນຕີໄທ. ທີ່ການເຈລະຈາ, ການນຳສອງທ່ານໄດ້ເຫັນດີສ້າງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ, ໄທ - ຫວຽດນາມ ດ້ວຍ 5 ເສົາຄ້ຳຕົ້ນຕໍ ຄື: ການພົວພັນດ້ານການເມືອງ, ການຮ່ວມມືປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຮ່ວມມືເສດຖະກິດ, ການຮ່ວມມືດ້ານວັດທະນະທຳສັງຄົມ, ການຮ່ວມມືພາກພື້ນ ແລະ ສາກົນ. ການນຳສອງທ່ານໄດ້ເປັນເອກະພາບກ່ຽວກັບການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳກວ່າ. ໃນນັ້ນ ຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງພັກກຳອຳນາດ, ລະຫວ່າງສະພາແຫ່ງຊາດສອງປະເທດ.ສອງຝ່າຍໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືເສດຖະກິດ, ເພີ່ມວົງເງິນການຄ້າສອງສົ້ນໃນແຕ່ລະປີໃຫ້ຂຶ້ນເຖິງ 20% ເພື່ອບັນລຸຄາດໝາຍ 15 ຕື້ USD ໃນປີ 2020; ຊຸກຍູ້ການລົງນາມ ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືກ່ຽວກັບແຮງງານໂດຍໄວ, ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຕາມແລວເສດຖະກິດຕາເວັນອອກ ຕາເວັນຕົກ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນໄທ, ສົ່ງເສີມບັນດາວິສາຫະກິດໄທລົງທຶນເຂົ້າເຂດອຸດສາຫະກຳສຳຮອງ, ນ້ຳມັນອາຍແກສ, ສຳຫລວດ ແລະ ຂຸດຄົ້ນນ້ຳມັນອາຍແກສ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ ໄດ້ເນັ້ນຫນັກວ່າ: ຫວຽດນາມ, ໄທ ແລະ ບັນດາປະເທດສະມາຊິກ ອາຊຽນ ຄວນສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ຮັກສາບົດບາດໃຈກາງຂອງອາຊຽນໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ສ້າງປະຊາຄົມອາຊຽນສາມັກຄີ, ເຂັ້ມແຂງໃຫ້ສຳເລັດໃນປີ 2015, ປະກອບສ່ວນຢ່າງຕັ້ງຫນ້າເພື່ອ ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະໃນໂລກ. ການນຳທັງສອງທ່ານສະແດງຄວາມວິຕົກກັງວົຍກ່່ຽວກັບບັນດາການຜັນແປຢ່າງສັບສົນໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ, ປາດຖະຫນາວ່າ ບັນດາຝ່າຍກ່ຽວຂ້ອງແກ້ໄຂການພິພາດໂດຍສັນຕິວິທີ ບົນພື້ນຖານປະຕິບັດຕາມກົດໝາຍສາກົນ.
ທີ່ການປະຊຸມຂ່າວຫລັງການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ ໄດ້ອອກຖະແຫລງການຢ່າງເປັນທາງການກ່ຽວກັບການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ:
“ພວກຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານທີ່ມີມາແຕ່ດົນນານລະຫວ່າງ ຫວຽດນາມ ແລະ ໄທ, ແລະ ເຊື່ອໝັ້ນວ່າ: ການພົວພັນລະຫວ່າງສອງປະເທດມີເງື່ອນໄຂສະດວກ ແລະ ຈຳເປັນເພື່ອພັດທະນາຂຶ້ນສູ່ລະດັບສູງໃຫມ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ. ບົນພື້ນຖານນັ້ນ, ຂ້າພະເຈົ້າ ແລະ ທ່ານນາງນາຍົກລັດຖະມົນຕີ ໄທ ໄດ້ເຫັນດີສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດຫວຽດນາມ ແລະ ໄທ, ໄທ ແລະ ຫວຽດນາມ. ”
ສ່ວນທ່ານນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ ກໍ່ປາດຖະຫນາ ວ່າ ຫວຽດນາມຈະສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ບັນດານັກລົງທຶນໄທ ລົງທຶນເຂົ້າຫວຽດນາມ, ຂຸດຄົ້ນຜົນປະໂຫຍດຈາກການເຊື່ອມຕໍ່ຄົມມະນາຄົມຕາມແລວເສດຖະກິດຕາເວັນອອກ - ຕາເວັນຕົກ ແລະ ແມ່ນ້ຳຂອງ. ທ່ານນາງນາງນາຍົກລັດຖະມົນຕີໄທ ຍີ່ງລັກ ຊີນະວັດ ເນັ້ນຫນັກວ່າ:
“ພວກຂ້າພະເຈົ້າເຫັນດີວ່າ: ການຮ່ວມມືລະຫວ່າງໄທ ແລະ ຫວຽດນາມນອນໃນຂອບເຂດຂອງບັນດາປະເທດ ອາຊຽນ ເພື່ອພ້ອມກັນພັດທະນາຫລາຍກວ່າອີກ. ດ້ວຍຖານະເປັນປະເທດປະສານງານ, ໄທພ້ອມແລ້ວເພື່ອເຮັດແນວໃດເພື່ອໃຫ້ຈີນເຂົ້າຮ່ວມການໄກ່ເກຍຄວາມຂັດແຍ້ງລະຫວ່າງບັນດາປະເທດອາຊຽນ ກັບຈີນ.”
ຕອນຄຳ່ວັນດຽວກັນ, ທ່ານນາຍົກລັດຖະມົນຕີໄທ ຍີ່ງລັກ ໄດ້ເປັນເຈົ້າພາບງານລ້ຽງຮັບຮອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.
ກ່ອນຫນ້ານັ້ນ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳໄທ, ໂອ້ລົມສົນທະນາກັບພະນັກງານ, ພາລະກອນ ແລະ ຜູ້ຕາງຫນ້າຊາວຫວຽດນາມອາໄສຢູ່ໄທ, ນັກຮຽນນັກສຶກສາຫວຽດນາມພວມຮຳ່ຮຽນຢູ່ໄທ,