ນຳການພົວພັນຫວຽດນາມ-ອັງຊັງຕີງຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

ນຳການພົວພັນຫວຽດນາມ-ອັງຊັງຕີງຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1
ງານວາງສະແດງໃນຂອບເຂດສັບປະດາອັງຊັງຕີງຢູ່ ຫວຽດນາມ
(ພາບ: Thanh Tùng/TTXVN)


(vovworld) – ​​ໃນ​ລະຫວ່າງ​ວັນ​ທີ 23 – 26/3, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ກະຊວງ​ການ​ຕ່າງປະ​ເທ​​ດ ສສ ຫວຽດນາມ, ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ສ. ອັງ​ຊັງ​ຕີງ ​ໂດ​ຍທ່ານ​ຮອງ​ລັດຖະມົນຕີ Eduardo Zuain, ນຳ​ໜ້າໄດ້​ມາ​ຢ້ຽມຢາມ ຫວຽດນາມ. ວັນ​ທີ 24/3, ທ່ານ​ຮອງ​ລັດຖະມົນຕີ Eduardo Zuain ພ້ອມ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປ​ະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ໄດ້​ເປັນ​ປະທານ​ວາລະ​ປຶກສາ​ຫາລື​ທາບທາມການ​ເມືອງ​ຄັ້ງ​ທີ 6 ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ 2 ປ​ະ​ເທດ. ນະ​ທີ່​ນີ້, ທ່ານ​ຮອງ​ລັດຖະມົນຕີ ​ໂຮ່ຊວນ​ເຊີນ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ປາດ​ຖະໜາ​ຢາກ​​ເຮັດ​ໃຫ້ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ ອັກ​ຊັງ​ຕີງ ຕາມ​ຂອບ​ເຂດຄູ່​ຮ່ວມ​ມື​ຮອບດ້ານ​ເລິກ​ເຊິ່ງກ່ວາ​ອີກ, ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຮັກສາ​ການ​ປະຕິບັດ​ບັນດາ​ກົນ​ໄກ​ຮ່ວມ​ມື​ຄື​ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ ​ແລະ ທາບທາມ​ການ​ເມືອງ​ລະ​ຫວ່າງ 2 ​ກະຊວງ​ການ​ຕ່າງປະ​ເທດຢ່າງ​ມີ​ໄຫວ​ພິບ ​ແລະ ມີ​ປະ​ສິດ​ທິຜົນ, ໜູນ​ຊ່ວຍ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ພ້ອມ​ທັງ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເຕັກນິກ, ການ​ຮ່ວມ​ມື ​ໃຕ້ - ​ໃຕ້, ​ແລກປ່ຽນ​ວັດທະນະທຳ.

 

ຂ່າວ/ບົດ​ອື່ນ