ນຳພົນລະເມືອງຫວຽດນາມຈາກມາເລເຊຍກັບຄືນປະເທດ

(VOVWORLD) -ໃນຕົ້ນເດືອນ ມິຖຸນາ ຈະມາເຖິງ, ຈະຈັດສົ່ງຖ້ຽວບິນນຳພົນລະເມືອງຫວຽດນາມ ຢູ່ ອົດສະຕາລີ ກັບຄືນເມືອປະເທດ.
ນຳພົນລະເມືອງຫວຽດນາມຈາກມາເລເຊຍກັບຄືນປະເທດ - ảnh 1(ນຳພົນລະເມືອງຫວຽດນາມ ຈຳນວນ 273 ຄົນກັບຄືນເມືອປະເທດ)

ວັນທີ 10 ພຶດສະພາ, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳມາເລເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ຈັດຖ້ຽວບິນນຳພົນລະເມືອງຫວຽດນາມ ຈຳນວນ 273 ຄົນກັບຄືນເມືອສະໜາມບິນສາກົນດ່ານັ້ງ. ທ່ານນາງ ໂງທິກິມອ໊ຽນ, ຫົວໜ້າພະແນກສາທາລະນະສຸກນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ພາຍຫຼັງຕ້ອນຮັບແລ້ວແມ່ນຈະກວດອາການສຸຂະພາບ ແລະ ສົ່ງໄປຍັງບັນດາເຂດແຍກຕົວຢູ່ນະຄອນດ່ານັ້ງ. ເລື່ອງກະກຽມ, ສົມທົບກັນຂອງບັນດາຂະແໜງການກໍໄດ້ຮັບການປະຕິບັດເປັນຢ່າງດີ, ຮັບປະກັນດ້ານສາທາລະນະສຸກຢູ່ບັນດາເຂດແຍກຕົວນັ້ນ”.

        ຕາມແຜນການ, ໃນຕົ້ນເດືອນ ມິຖຸນາ ຈະມາເຖິງ, ຈະຈັດສົ່ງຖ້ຽວບິນນຳພົນລະເມືອງຫວຽດນາມ ຢູ່ ອົດສະຕາລີ ກັບຄືນເມືອປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ