ນຳລະບົບພູມປັນຍາຫວຽດດີຈີຕອນເຂົ້າເຄຶ່ອນໄຫວ

(VOVWORLD) -ຕອນເຊົ້າວັນທີ 1 ມັງກອນປີ 2018, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມເຄື່ອນໄຫວລະບົບພູມປັນຍາຫວຽດດີຈີຕອນ
ນຳລະບົບພູມປັນຍາຫວຽດດີຈີຕອນເຂົ້າເຄຶ່ອນໄຫວ  - ảnh 1 ລະບົບພູມປັນຍາຫວຽດດີຈີຕອນໄດ້ຖືກນຳເຂົ້າເຄຶ່ອນໄຫວ

ລະບົບພູມປັນຍາຫວຽດດີຈີຕອນແມ່ນໝາກຜົນຂອງການຜັນຂະຫຍາຍແຜນຮ່າງ “ພັດທະນາລະບົບພູມປັນຍາຫວຽດດີຈີຕອນ” ໂດຍນາຍົກລັດຖະມົນຕີຫວຽດນາມ ໄດ້ອະນຸມັດຜ່ານເມື່ອເດືອນພຶດສະພາປີ 2017. ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ກ່າວວ່າ : 

     “ລະບົບພູມປັນຍາຫວຽດດີຈີຕອນຖືກນຳເຂົ້າເຄື່ອນໄຫວແມ່ນການປະຕິບັດຢ່າງມີປະສິດທິຜົນສຳລັບການປະຕິວັດອຸດສາຫະກຳຄັ້ງທີ 4.  ທຸກອົງການ, ສ່ວນບຸກຄົນ ກ່ອນອື່ນໝົດແມ່ນ ລຸ່ນໜຸ່ມ, ຖັນແຖວປັນຍາຊົນ, ວົງການເຕັກໂນໂລຢີຂໍ້ມູນຂ່າວສານ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເພື່ອພັດທະນາລະບົບພູມປັນຍາຫວຽດດີຈີຕອນ. ພວກເຮົາພ້ອມກັນປຸກລຸກນ້ຳໃຈມັກຮຽນຂອງຊາວຫວຽດນາມ, ພ້ອມກັນເຂົ້າຮ່ວມການເຜີຍແຜ່, ປະດິດຄິດສ້າງທາງພູມປັນຍາເພື່ອຍົກສູງພູມປັນຍາຫວຽດນາມ ”

ຕອບກັບ

ຂ່າວ/ບົດ​ອື່ນ