ນຳສະຖາບັນການປົກຄອງແຫ່ງຊາດຫວຽດນາມກາຍເປັນສູນບຳລຸງສ້າງພະນັກງານການນຳ,ການຄຸ້ມຄອງໃຫ້ເທົ່າທຽມລະດັບພາກພື້ນ

(VOVWORLD) -ຕອນເຊົ້າວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2017 – 2018 ຂອງສະຖາບັນການປົກຄອງແຫ່ງຊາດ.

ນຳສະຖາບັນການປົກຄອງແຫ່ງຊາດຫວຽດນາມກາຍເປັນສູນບຳລຸງສ້າງພະນັກງານການນຳ,ການຄຸ້ມຄອງໃຫ້ເທົ່າທຽມລະດັບພາກພື້ນ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ

ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2017 – 2018 ຂອງສະຖາບັນການປົກຄອງແຫ່ງຊາດ)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ສະຖາບັນການປົກຄອງແຫ່ງຊາດ ຕ້ອງມີວິໄສທັດອັນຍາວດ້ວຍໄລຍະເວລາ 10 ປີ, 20 ປີ ແລະ ຫຼາຍກວ່ານັ້ນອີກ; ສ້າງສະຖາບັນການປົກຄອງແຫ່ງຊາດ ກາຍເປັນສູນບຳລຸງສ້າງພະນັກງານການນຳ, ການຄຸ້ມຄອງໃຫ້ເທົ່າທຽມກັບລະດັບສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ

        “ພະນັກງານ ສະຖາບັນການປົກຄອງບໍ່ພຽງແຕ່ມີຄວາມເກັ່ງກ້າດ້ານວິຊາສະເພາະເທົ່ານັ້ນ, ແຕ່ຄວາມປອດໄສ, ສັດຊື່ບໍລິສຸດ, ທ່າທີຮັບໃຊ້ປະຊາຊົນ ຕ້ອງວາງອອກໃນວິວັດການບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມ. ພະນັກງານການປົກຄອງ ແລະ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງທີ່ໄດ້ວາງອອກນັ້ນແມ່ນໃຫ່ຍຫຼວງທີ່ສຸດ ສຳລັບລະບົບການປົກຄອງ ຫວຽດນາມ. ບໍ່ພຽງແຕ່ດ້ານວິຊາສະເພາະເທົ່ານັ້ນ, ພະນັກງານການປົກຄອງຍັງຕ້ອງມີຄຸນສົມບັດ, ຄວາມສັດຊື່ບໍລິສຸດ, ມີນ້ຳໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ