ບັນຍາກາດຊື້ເຄື່ອງຂອງໃນຕົ້ນປີໃໝ່ ຢູ່ນະຄອນໂຮ່ຈິມິນ

(VOVWORLD) -ໃນ 2 ວັນພັກການຂອງບຸນປີໃໝ່ ຄ.ສ 2022 (ວັນທີ1 ແລະ ວັນທີ 2/1/2022), ບັນດາຮ້ານສັບພະສິນຄ້າ ແລະ ຮ້ານຄ້າແຟຊັນຢູ່ນະຄອນ ໂຮ່ຈີມິນ ແມ່ນຄຶກຄື້ນ ມ່ວນຊື່ນ
ບັນຍາກາດຊື້ເຄື່ອງຂອງໃນຕົ້ນປີໃໝ່ ຢູ່ນະຄອນໂຮ່ຈິມິນ - ảnh 1ຢູ່ຮ້ານສັບພະສິນຄ້າ Co.opmart

    ຢູ່ຮ້ານສັບພະສິນຄ້າຕ່າງໆເຊັ່ນ Co.opmart, Metro, BigC, Giga Mall, E mart... ຈຳນວນຄົນມາຊື້ເຄື່ອງໄດ້ເພີ່ມຂຶ້ນ. ທ່ານເຈີນຮົ່ງຟຸກໄປຊື້ເຄື່ອງ ຢູ່ຮ້ານສັບພະສິນຄ້າ Vinmart Thu Duc ໃຫ້ຮູ້ວ່າ:

       “ຍັງອີກປະມານໜຶ່ງເດືອນ, ກໍຈະຮອດບຸນເຕັດ, ປະຈຸບັນກໍຍັງບໍ່ຟ້າວຊື້ເຄື່ອງຂອງເທື່ອ, ຕົ້ນຕໍແມ່ນຊື້ເຄື່ອງຂອງສ່ວນຕົວ. ແນວໃດກໍ່ຕາມ, ຂ້າພະເຈົ້າ, ເຫັນວ່າ ສິນຄ້າຫຼາຍປະເພດໄດ້ຫຼຸດລາຄາເຊັ່ນ: ເຂົ້າໜົມ, ເຄື່ອງດື່ມ...”

      ສິນຄ້າທີ່ຂາຍດີ ທີ່ສຸດແມ່ນທັນຍາຫານ, ອາຫານສົດ, ເຄື່ອງດື່ມ, ເສື້ອຜ້າ, ເກີບ.

ຕອບກັບ

ຂ່າວ/ບົດ​ອື່ນ