ບັນດາກຸ່ມປະກອບອາວຸດ ເຜົ່າພັນມຽນມາເຫັນດີ ລົງນາມໃນຂໍ່ຕົກລົງ ຢຸດຍິງກັບລັດຖະບານ


ບັນດາກຸ່ມປະກອບອາວຸດ ເຜົ່າພັນມຽນມາເຫັນດີ ລົງນາມໃນຂໍ່ຕົກລົງ ຢຸດຍິງກັບລັດຖະບານ - ảnh 1

ສະພາບ​ກອງ​ປະຊຸມ

(ພາບ: . The Irrawaddy) 

(vovworld)- ນີ້​ແມ່ນ​ເນື້ອ​ໃນຂອງ​ຖະ​ແຫຼ​ງການ​ທີ່​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ຄັ້ງທີ 2 ລະຫວ່າງ​ການ​ນຳ​ຂອງ 17 ກຸ່ມ​ປະກອບ​ອາວຸດ​ເຜົ່າ​ພັນ​ຢູ່​ມຽນມາ ຊື່​ງຫາກໍ່ອັດ​ລົງຢູ່ Law Khee Lar ທາງ​ທິດ​ຕາ​​ເວັນ​ອອກ​ສ່ຽງ​ໃຕ້​ມຽນມາ ດ້ວຍ​ເລື່ອງ​ຝ່າຍ​ຕ່າງໆ​ເຂົ້າຮ່ວມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ລົງ​ນາມ​​ໃນ​ຂໍ້ຕົກລົງ​ຢຸດ​ຍິງ​ກັບ​ລັດຖະບານ.

   ຖະ​ແຫຼ​ງການ​ຂອງກຸ່ມ​ປະກອບ​ອາວຸດ​ເຜົ່າ​ພັນກໍ່​ຊຸກຍູ້​ຄຳ​ຮຽກຮ້ອງ​ດຳ​ເນີນ​ການ​ເຈລະຈາ​ການ​ເມືອງ​ໃນ​ຮ່າງຂໍ້​ຕົກລົງກ່ຽວ​ກັບ​ການ​ຢຸດ​ຍິງ​ໃນ​ທົ່ວ​ປະ​ເທດ. ​ແລະ ກໍ່ຕາມ​ຖະ​ແຫຼ​ງການ​ດັ່ງກ່າວ​ແລ້ວ, ກອງ​ປະຊຸມ Law Khee Lar ຈະ​ສວມ​ບົດບາດ​ແມ່ນ​ກອງ​ປະຊຸມ​ກຽມ​ໃຫ້​​ແກ່​ການ​ເຈລະ​ຈາ​ການ​ເມືອງ​ຄັ້ງຕ່າງໆ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ກຸ່ມ​ປະກອບ​ອາວຸດ ພາຍ​ລັງ​ທີ່​ຂໍ້​ຕົກລົງ​ຢຸດ​ຍິງ​ໄດ້​ຮັບ​ການ​ລົງ​ນາມ. ບັນດາ ກຸ່ມ​ປະກອບ​ອາວຸດ​ເຜົ່າ​ພັນ​ຕ້ອງ​ພ້ອມ​ກັນ​ເຂົ້າຮ່ວມ​ວິວັດ​ການ​ເຈລະຈາ ​ແລະ ຕ້ອງມານະ​ພະຍາຍາມ​ເພື່ອ​ສ້າງຕັ້ງສະຫະລັດ​ຢ່າງ​ແທ້​ຈິງ./.

 

ຂ່າວ/ບົດ​ອື່ນ