ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຫວຽດນາມທີ 2 ກັນຍາ

(VOVWORLD) -      ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ຈັດງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ 26 ປີແຫ່ງວັນເອກະລາດຂອງ ສ. ອູເຊີເບກິສະຖານ(1/9/1991 – 1/9/2017)  ແລະ 72 ປີແຫ່ງວັນຊາດຫວຽດນາມ ( 2/9/1945- 2/9/2017) .
ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດຫວຽດນາມທີ 2 ກັນຍາ - ảnh 1 ງານວາງສະແດງປຶ້ມເນື່ອງໃນໂອກາດວັນຊາດຫວຽດນາມ

      ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ອູເຊີເບກິສະຖານໄດ້ຈັດງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ 26 ປີແຫ່ງວັນເອກະລາດຂອງ ສ. ອູເຊີເບກິສະຖານ(1/9/1991 – 1/9/2017)  ແລະ 72 ປີແຫ່ງວັນຊາດຫວຽດນາມ ( 2/9/1945- 2/9/2017) . ສວ່ນໃນຕອນຄ່ຳວັນທີ 25 ສິງຫາ, ສະຖານກົງສູນໃຫຍ່ຫວຽດນາມປະຈຳອົດສະຕາລີ ໄດ້ຈັດງານລ້ຽງເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດຫວຽດນາມທີ 2 ກັນຍາ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານຫົວໜ້າສະຖານກົງສູນໃຫຍ່ ຮ່ວາງມິນເຊີນ ໄດ້ທົບທວນຄືນບັນດາຜົນງານທີ່ປະຊາຊົນຫວຽດນາມຍາດມາໄດ້ໃນ 72 ປີທີ່ຜ່ານມາ. ທ່ານເນັ້ນໜັກວ່າ : ຫວຽດນາມ ແລະ ອົດສະຕາລີພວມມຸ່ງໄປສູ່ການເພີ່ມທະວີພົວພັນຄູ່ຮ່ວມມືຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ