ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07

(VOVWORLD) - ໃນຊຸມວັນເດືອນກໍລະກົດນີ້, ແຂກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫລວງຫລາຍ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ເພື່ອອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນຍິງ 10 ຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສາມແຍກ ດົ່ງລົກ, ແຂວງ ຮ່າຕິ໊ງ. 

ໃນຊ່ວງເວລານີ້, ແຂວງ ຮ່າຕິ໊ງ ກໍ່ໄດ້ຈັດຕັ້ງບັນດາການເຄື່ອນໄຫວແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ; ງານບຸນກິນທານຫາຊາວໜຸ່ມຕະລຸມບອນຍິງ 10 ຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ແລະ ລາຍການສະແດງສິລະປະ “ດົ່ງລົກ - ດວງດອກໄມ້ອະມະຕະ” ໃນຕອນຄ່ຳວັນທີ 22 ກໍລະກົດ.

ບັນດາການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07 - ảnh 1(ພາບປະກອບ) 

        ຕອນຄ່ຳວັນທີ 20 ກໍລະກົດ, ກົມສິລະປະການສະແດງ, ກົມຮ່ວມມືສາກົນ, ສະມາຄົມນັກດົນຕີ ຫວຽດນາມ, ສະມາຄົມນັກສິລະປິນຟ້ອນ ຫວຽດນາມ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງຈິ ໄດ້ສົມທົບກັນຈັດຕັ້ງພິທີໄຂງານມະໂຫລານສຽງເພງທາງເລກ 9 ຂຽວ - 2019 ຢູ່ສູນວັດທະນະທຳ - ຮູບເງົາແຂວງ ກວ໋າງຈິ. ນີ້ກໍ່ແມ່ນການເຄື່ອນໄຫວແທດຈິງ ເພື່ອຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງແຂວງ ກວ໋າງຈິ (7/1989 – 7/2019). ງານມະໂຫລານຍັງມີການເຂົ້າຮ່ວມຂອງ 2 ກອງສິລະປະສາກົນທີ່ມາຈາກ ລາວ, ກຳປູເຈຍ ແລະ 10 ກອງສິລະປະໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ