ບັນດາຂະແໜງສິນຄ້າສົ່ງອອກຂອງຫວຽດນາມບັນລຸໝາກຜົນຢ່າງຕັ້ງໜ້າ

(VOVWORLD) -ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ, ມູນຄ່າສົ່ງອອກສິນໃນນ້ຳໃນເດືອນພຶດສະພາ 2017 ຄາດວ່າ ບັນລຸ 618 ລ້ານ USD, ເຮັດໃຫ້ປະລິມານສົ່ງອອກສິນໃນນ້ຳໃນ 5 ເດືອນຕົ້ນປີ ຄາດວ່າບັນລຸ 2,8 ຕື້ USD, ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.
ບັນດາຂະແໜງສິນຄ້າສົ່ງອອກຂອງຫວຽດນາມບັນລຸໝາກຜົນຢ່າງຕັ້ງໜ້າ - ảnh 1 (ພາບປະກອບ)

ເດືອນ ພຶດສະພາ 2017, ຄາດວ່າ ປະລິມານຂຸດຄົ້ນສິນໃນນ້ຳບັນລຸ 311.900 ໂຕນ, ຍົກປະລິມານຂຸດຄົ້ນສິນໃນນ້ຳໃນ 5 ເດືອນຕົ້ນປີເພີ່ມຂຶ້ນກວ່າ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.

        ຕາມສະມາຄົມໝາກມ່ວງຫິມະພານຫວຽດນາມ (Vinacas) ແລ້ວ, ໃນສະພາບປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກ່ຽວກັບວັດຖຸດິບພາຍໃນປະເທດ, ປີ 2017, ຂະແໜງໝາກມ່ວງຫິມະພານ ສູ້ຊົນນຳວົງເງິນສົ່ງອອກໃຫ້ບັນລຸ 3,3 ຕື້ USD. ປີ 2017, ແມ່ນປີທີ 7 ທີ່ຂະແໜງໝາກມ່ວງຫິມະພານຫວຽດນາມ ຮັກສາທີ່ຕັ້ງແຖວໜ້າຂອງໂລກກ່ຽວກັບການສົ່ງອອກແກ່ນໝາກມ່ວງຫິມະພານ.

ຕອບກັບ

ຂ່າວ/ບົດ​ອື່ນ