ບັນດາຖ້ຽວລົດບັນທຸກກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ

    ບັນດາຖ້ຽວລົດບັນທຸກກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ - ảnh 1
ລົດ​ບັນ​ທຸກ​​ກຳ​ມະ​ກອນ​ຈາກ​ບັນ​ດາ​ ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ຜະ​ລິດ​ສົ່ງ​ອອກ​ຂອງຮ່າ​ໂນ້ຍກັບ​ເມືອບ້ານ​ຕ້ອນ​ຮັບ​ບຸນ​ເຕັດ


(vovworld)- ວັນ​ທີ 15/2 ກົງ​ກັບ​ວັນ​ທີ 27 ຂອງ​ບຸນ​ເຕັດ, ລົດ​ບັນ​ທຸກ​ບັນ​ດາ​ຖ້ຽວ​ທຳ​ອິດ​ໄດ້​ເລີ່ມ​ບັນ​ທຸກ​ກຳ​ມະ​ກອນ​ຈາກ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ຜະ​ລິດ​ສົ່ງ​ອອກ​ຂອງຮ່າ​ໂນ້ຍກັບ​ເມືອບ້ານ​ຕ້ອນ​ຮັບ​ບຸນ​ເຕັດ. ອ້າຍ ຈິ້ງວັນ​ເຮີນ ກຳ​ມະ​ກອນ​ສັງ​ກັດ​ບໍ​ລິ​ສັດ Yama Motor ເຂດ​ອຸດ​ສາ​ຫະ​ກຳ​ທັງ​ລອງ ໃຫ້​ຮູ້​ວ່າ :

   “ ຮອດ​ຍາມ​ບຸນ​ເຕັດ, ໄປ​ລົດ​ເມ​ແມ່ນ​ຍາກຫຼາຍ, ດັ່ງ​ນັ້ນ 2-3 ມໍ່​ໆ​ມານີ້, ທາງ​ບໍ​ລິ​ສັດລ້ວນ​ແຕ່​ດຳ​ເນີນ​ການ​ສົ່ງ​ກຳ​ມະ​ກອນກັບ​ເມືອບ້ານ​ຕ້ອນ​ຮັບ​ບຸນ​ເຕັດ ແລະ ໃນ​ເວ​ລາຫຼັງ​ບຸນ​ເຕັດ ກໍ​ຮັບ​ກຳ​ມະ​ກອນ​ມາ​ເຮ​ັດ​ວຽກ​ຄື​ເກົ່າ. ປີນີ້​ທັງ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ຂີ່​ລົດ​ຂອງ​ບໍ​ລິ​ສັດກັບ​ເມືອບ້ານ​ຕ້ອນ​ຮັບ​ບຸນ​ເຕັດ” 

  ສ່ວນ​ທ່ານ ຫງວຽນ​ດັ​ກ​ຈ​ວຽນ ປະ​ທານ​ກຳ​ມະ​ບານ​ບໍ​ລິ​ສັດ Nissli Electric ຮ່າ​ໂນ້ຍຈຳ​ກັດ ໃຫ້​ຮູ້​ວ່າ :

    “ ສຳ​ລັບ​ວິ​ສາ​ຫະ​ກິດ​ພວກ​ຂ້າ​ພະ​ເຈົ້າ, ເຄີ່ງ​ໜຶ່ງ​ຂອງ​ຈຳ​ນວນ​ກຳ​ມະ​ກອນ​ຂອງ​ບໍ​ລິ​ສັດ​ແມ່ນ​ມາ​ຈາກ​ບັນ​ດາ​ແຂວ​ງ​ພາກ​ກາງ​ຄື ແທງ​ຮ້​ວາ, ເງະ​ອ່ານ, ຮ່າ​ຕິ້ງ, ນອກ​ນັ້ນ ກໍ​ຍັງ​ມີຫຼາຍ​ຄົນ​ມາ​ຈກ​ແຂວງ ລ້າງ​ເຊີນ, ກາວ​ບັງ… ປີນ​ີ້​, ມີ​ຄົນ​ງານກວ່າ 400 ຄົນກັບ​ເມືອບ້ານ​ຕ້ອນ​ຮັບ​ບຸນ​ເຕັດ, ສ່ວນ​ທີ່​ຍັງ​ເຫຼືອ, ທາງ​ບໍ​ລິ​ສັດ​ໜູ​ນ​ຊ່ວຍ​ເງິນ 2 ແສນ​ດົງ​ຕໍ່​ຄົນ​ ”

ຂ່າວ/ບົດ​ອື່ນ