ບັນດາທ້ອງຖິ່ນຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດ

(VOVWORLD) -ເພື່ອຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດ, ຕອນເຊົ້າວັນທີ 7 ເມສາ, ຄະນະຂົນຂວາຍບໍລິຈາກເລືອດອາສາສະໝັກນະຄອນດານັ້ງ ໄດ້ຈັດວັນບຸນບໍລິຈາກເລືອດ
ບັນດາທ້ອງຖິ່ນຕອບສະໜອງວັນທົ່ວປວງຊົນບໍລິຈາກເລືອດ - ảnh 1ວັນທົ່ວປວງຊົນບໍລິຈາກເລືອດໄດ້ດຶງດູດຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ 

ໃນວັນບຸນ, ມີນັກສຶກສາ, ຊາວໜຸ່ມ, ກຳລັງປະກອບອາວຸດ ແລະ ປະຊາຊົນເກືອບ 1000 ຄົນ ບໍລິຈາກເລືອດໄດ້ກ່ວາ 700 ຖົງເພື່ອສະໜອງໃຫ້ແກ່ບັນດາໂຮງໝໍໃນນະຄອນດານັ້ງ. ເພື່ອນ ເລຈີ້ດຶກ ນັກສຶກສາ ມະຫາວິທະຍາໄລສັບພະວິຊາ ດານັ້ງ ໃຫ້ຮູ້ວ່າ :

     “ ຂ້າພະເຈົ້າໄດ້ເຂົ້າຮ່ວມບໍລິຈາກເລືອດມາຫຼາຍຄັ້ງແລ້ວ ແລະ ຂ້າພະເຈົ້າໄດ້ເຫັນວ່າ ການເຄຶ່ອນໄຫວບໍລິຈາກເລືອດນີ້ ແມ່ນມີຄວາມໝາຍອັນແທດຈິງ. ຕາມຂ້າພະເຈົ້າແລ້ວ, ເລືອດທີ່ຂ້າພະເຈົ້າໄດ້ບໍລິຈາກ ກໍເປັນການປະກອບສ່ວນສ່ວນໃດໜຶ່ງເພື່ອກອບກູ້ເອົາຊີວິດຄົນເຈັບ ”

   ໃນຕອນເຊົ້າວັນດຽວກັນ, ຄະນະຂົນຂວາຍບໍລິຈາກເລືອດອາສາສະໝັກແຂວງແຄ້ວຮ່ວາ, ຄະນະຂົນຂວາຍບໍລິຈາກເລືອດອາສາສະໝັກແຂວງຕວຽນກວາງ ກໍໄດ້ຈັດພິທີປຸກລະດົມວັນທົ່ວປວງຊົນບໍລິຈາກເລືອດອາສາສະໝັກປີ 2019 ຊຶ່ງມີຜູ້ເຂົ້າຮ່ວມຢ່າງຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ