ບັນດາບໍລິສັດການບິນຍີ່ປຸ່ນພິຈາລະນາຢຸດຕິສາຍການບິນສາກົນ

(VOVWORLD) -ບັນດາບໍລິສັດການບິນຍີ່ປຸ່ນ ໄດ້ຢຸດຕິ ຫຼື ຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນ, ໃນນັ້ນມີຈີນ, ສ.ເກົາຫຼີ, ເອີລົບ ແລະ ອາເມລິກາ.
ບັນດາບໍລິສັດການບິນຍີ່ປຸ່ນພິຈາລະນາຢຸດຕິສາຍການບິນສາກົນ - ảnh 1(ພາບປະກອບ)

ບັນດາບໍລິສັດການບິນໃຫຍ່ຂອງຍີ່ປຸ່ນ ໃຫ້ຮູ້ວ່າ, ພວມຄິດໄລ່ເຖິງເລື່ອງຢຸດຕິໂດຍຊົ່ວຄາວ ຫຼື ຫຼຸດຜ່ອນບາງຖ້ຽວບິນສາກົນ, ຍ້ອນກະຊວງການຕ່າງປະເທດຍີ່ປຸ່ນ ຫາກໍ່ຍົກລະດັບຄຳກ່າວເຕືອນກ່ຽວກັບການໄປມາເຖິງທຸກປະເທດໃນໂລກ. ພ້ອມທັງກະຕຸກຊຸກຍູ້ປະຊາຊົນຍີ່ປຸ່ນ ສະກັດກັ້ນການໄປຕ່າງປະເທດຖ້າບໍ່ມີຄວາມຈຳເປັນ.

        ໃນສະພາບໂລກລະບາດໂຄວິດ-19 ນີ້, ບັນດາບໍລິສັດການບິນຍີ່ປຸ່ນ ໄດ້ຢຸດຕິ ຫຼື ຫຼຸດຖ້ຽວບິນຢູ່ບັນດາສາຍການບິນສາກົນ, ໃນນັ້ນມີຈີນ, ສ.ເກົາຫຼີ, ເອີລົບ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ