ພາບປະກອບ:internet
|
(vovworld)- ວັນທີ 18/11, ຢູ່ແຂວງ ຢູນຫນານ ປະເທດຈີນ, 4 ປະເທດ ຊື່ງລວມມື: ຈີນ, ລາວ, ມຽນມາ ແລະ ໄທ ເລີ່ມບັ້ນລາດຕະເວນຮ່ວມແມ່ນ້ຳຂອງຄັ້ງທີ 28. ບັ້ນລາດຕະເວນນີ້ ຈະແກ່ຍາວໃນເວລາ 4 ວັນ ແລະ ຈະຜັນຂະຫຍາຍການເຄື່ອນໄຫວໂຄສະນາຫ້າມຢາເສບຕິດ, ຫ້າມບຸກໂຈມຕີ ແລະ ສະກັດກັ້ນອາດຊະຍາກອນຢາເສບຕິດ, ອາວຸດ, ການຄ້າເຖື່ອນ… ແລະ ດຳເນີນການພົບປະແລກປ່ຽນ, ຮ່ວມມືກ່ຽວກັບຄວາມປອດໄພໄປມາຂອງເຮືອກຳປັ່ນ, ການຜະລິດກະສິກຳ.