ບັນດາຝ່າຍຄ້ານລີບີຈະເຊັນຂໍ້ຕົກລົງສັນຕິພາບໃນວັນທີ 16/12

ບັນດາຝ່າຍຄ້ານລີບີຈະເຊັນຂໍ້ຕົກລົງສັນຕິພາບໃນວັນທີ 16/12 - ảnh 1
ທູດ​ພິ​ເສດ ສະຫະ​ປະຊາ​ຊາດ​ຢູ່​ ລີ​ບີ, Martin Kobler
(ພາບ: ikazeiwacu.fr)

(vovworld) - ວັນ​ທີ 11/12, ທູດ​ພິ​ເສດ ສະຫະ​ປະຊາ​ຊາດ​ຢູ່​ ລີ​ບີ, Martin Kobler ​ໃຫ້​ຮູ້​ວ່າ, ພາຍຫຼັງ​ການ​ເຈລະຈາ​ດຳ​ເນີນ​ຢູ່ Tunisia, ບັນດາ​ຝ່າຍ​ຄ້ານ ລີ​ບີ ​ໄດ້​ເປັນ​ເອກະສັນ​ນຳ​ກັນ ​ກຳນົດ​ວັນ​ທີ 16/12 ຈະ​ມາ​ເຖິງ​ແມ່ນ​ຈຸດ​ເວລາ​ເຊັນ​ຂໍ້​ຕົກລົງ​    ໂດຍສະຫະ​ປະຊາ​ຊາດເປັນ​ຄົນ​ກາງ​ໄກ່​

ເກ່ຍ ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົນ​ຊາດ.

        ກ່ອນ​ໜ້າ​ນັ້ນ, ​ແຕ່​​ເດືອນ 9/2014, ສະຫະ​ປະຊາ​ຊາດ ​ໄດ້​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ໃຫ້​ແກ່​ການ​ເຈລະຈາ​ລະຫວ່າງ​ສອງ​ລັດຖະບານ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ແມ່ນ ລີ​ບີ ​ແລະ​ ກຸ່ມ​ປະກອບ​ອາວຸດ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເລື່ອງ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນີ້​ບໍ່​ໄດ້​ຮັບ​ຜົນ ພາຍຫຼັງ​ທີ່​ຖືກ​ຄັດຄ້ານ​ຈາກ​ຝ່າຍ​ຄ້ານ.

 

ຂ່າວ/ບົດ​ອື່ນ