(vovworld) - ວັນທີ 7/2 ໂຄສົກກະຊວງການຕ່າງປະເທດ ອີຣານ Ramin Mehmanparast ໃຫ້ຮູ້ວ່າ: ບັນດາມາດຕະການລົງໂທດໃຫມ່ຂອງ ຝ່າຍຕາເວັນຕົກຈະບໍ່ເຮັດໃຫ້ ອີຣານ ປະລະບັນດາສິດກ່ຽວກັບ ນິວເຄຼຍໄດ້. ກະຊວງການຕ່າງປະເທດ ອີຣານ ຢືນຢັນວ່າ ບໍ່ມີປະເທດໃດຫລືອິດທິກຳລັງໃດ ສາມາດຢຶດເອົາສິດກ່ຽວກັບນິວເຄຼຍຂອງປະເທດນີ້ໄດ້. ທ່ານ Mehamanparast ຖືວ່າ: ບັນດາມາດຕະການລົງໂທດ ແມ່ນການກະທຳຜິດພາດ ບໍ່ນຳມາຊຶ່ງໝາກຜົນໃດໃຫ້ແກ່ການນຳອາເມລິກາ ແລະ ຝ່າຍຕາເວັນຕົກ. ກ່ຽວຂ້ອງເຖິງບັນຫາລົງໂທດຕໍ່ຂົງເຂດນ້ຳມັນ, ໂຄສົກກະຊວງການຕ່າງປະເທດ ອີຣານ Mehmanparast ຢືນຢັນວ່າ ຄຳສັ່ງຂວ້ຳບາດດ້ານນ້ຳມັນທີ່ມີຕໍ່ ອີຣານ ຂອງ ສະຫະພາບເອີລົບ ຫລື ອີຢູ ຈະສົ່ງຜົນກະທົບເຖິງ ປະຊາຊົນເອີລົບເອງ./.