ບັນດາວິສາຫະກິດຜະລິດສະບຽງອາຫານ organic ໄດ້ມີໜ້າທີ່ງານຕະຫຼາດນັດສິນຄ້າຫວຽດນາມມີຄຸນ​ນະ​ພາບ​ສູງ

(VOVWORLD) -ຕອນຄ່ຳວັນທີ 03 ເມສາ, ຢູ່ນະຄອນ ໂຮ່ຈີມິນ (ຫວຽດນາມ), ສະມາຄົມວິສາຫະກິດສິນຄ້າຫວຽດນາມມີຄຸນນະພາບສູງ ແລະ ຄະນະຄຸ້ມຄອງຄວາມປອດໄພທາງດ້ານສະບຽງອາຫານນະຄອນ ໂຮ່ຈີມິນ ໄດ້ໄຂງານຕະຫຼາດນັດວາງສະແດງສິນຄ້າຫວຽດນາມມີຄຸນນະພາບສູງ ປີ 2018

ບັນດາວິສາຫະກິດຜະລິດສະບຽງອາຫານ organic ໄດ້ມີໜ້າທີ່ງານຕະຫຼາດນັດສິນຄ້າຫວຽດນາມມີຄຸນ​ນະ​ພາບ​ສູງ - ảnh 1ແຂກມາຢ້ຽມຊົມ ແລະ ເລືອກຊື້ສິນຄ້າທີ່ງານຕະຫຼາດນັດ

(ພາບ: sggp.org.vn)

ດ້ວຍການເຂົ້າຮ່ວມຂອງວິສາຫະກິດ 300 ແຫ່ງ ແລະ  ຮ້ານວາງສະແດງຂາຍສິນຄ້າ 600 ຮ້ານ, ງານຕະຫຼາດນັດສິນຄ້າຫວຽດນາມມີຄຸນນະພາບສູງນະຄອນໂຮ່ຈີມິນ ປີ 2018 ໄດ້ຮັບການຕີລາຄາ ແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ງານຕະຫຼາດນັດປີນີ້ສ່ວນຫຼາຍແມ່ນແນະນຳເຖິງຜູ້ຊົມໃຊ້ ແລະ ບັນດາຄູ່ຮ່ວມມື, ບັນດາຜະລິດຕະພັນສະບຽງອາຫານບັນລຸມາດຕະຖານເຊື່ອມໂຍງ, ເຂົ້າຮ່ວມລະບົບສະບຽງອາຫານມີຄວາມປອດໄພ. ງານຕະຫຼາດນັດກໍໄດ້ສະຫງວນເຂດໜຶ່ງເພື່ອແນະນຳຜະລິດຕະພັນກະເສດທີ່ເປັນເອກະລັດສະເພາະຂອງທົ່ວປະເທດ, ຜະລິດຕະພັນທີ່ໄດ້ປູກຕາມຂັ້ນຕອນປອດສານພິດ, ອົງຄະທາດຈາກບັນດາຟາມ, ບັນດາສະຫະກອນ ແລະ ບັນດາໂຄງການຂອງຜູ້ເລິ່ມທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ