ບັນດາອົງການປະຊາຊົນຫວຽດນາມກະກຽມໃຫ້ແກ່ເວທີປາໄສປະຊາຊົນອາຊຽນ2015
ພາບປະກອບ
|
(vovworld) - ເວທີປາໄສປະຊາຊົນອາຊຽນ ປີ 2015 ຄາດວ່າຈະຖືກຈັດຂຶ້ນຢູ່ມາເລເຊຍແຕ່ວັນທີ 22 – 25/4/2015, ກ່ອນທີ່ຈັດກອງປະຊຸມສຸດຍອດອາຊຽນ. ເພື່ອກະກຽມໃຫ້ແກ່ການເຄື່ອນໄຫວນີ້, ວັນທີ 9/1 ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມບັນດາອົງການປະຊາຊົນຄັ້ງທີ 2, ເພື່ອກະກຽມໃຫ້ແກ່ ເວທີປາໄສປະຊາຊົນອາຊຽນ ປີ 2015, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 30 ກວ່າຄົນທີ່ມາຈາກບັນດາອົງການປະຊາຊົນຫວຽດນາມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຜູ້ຕາງໜ້າຄະນະປະສານງານແຫ່ງຊາດລາຍງານກ່ຽວກັບໝາກຜົນກອງປະຊຸມກະກຽມລະດັບພາກພື້ນຄັ້ງທີ 2, ເຊິ່ງດຳເນີນໃນວັນທີ11/12/2014 ຢູ່ມາເລເຊຍ ກໍ່ຄືຂໍ້ມູນຂ່າວລວມກ່ຽວກັບສະພາບການກະກຽມໃຫ້ແກ່ເວທີປາໄສ. ບັນດາຜູ້ແທນໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ບັນດາຄວາມເຫັນຂອງບັນດາອົງການປະຊາຊົນຫວຽດນາມ ທີ່ປະກອບໃຫ້ຮ່າງຖະແຫຼງການຂອງເວທີປາໄສ, ເຊິ່ງຄາດວ່າຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມກະກຽມລະດັບພາກພື້ນຄັ້ງທີ 3 ແລະ ຍື່ນຕໍ່ກອງປະຊຸມຂັ້ນລັດຖະມົນຕີອາຊຽນໃນທ້າຍເດືອນ 1/2015.