(vovworld) - ວັນທີ 24/07, (ຕາມເວລາທ້ອງຖິ່ນ), ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນ Andrew, ນະຄອນຫຼວງ ວໍຊິງເຕັນ, ເລີ່ມຕົ້ນການຢ້ຽມຢາມອາເມລິກາ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານາທິບໍດີ Barack Obama. ຕ້ອນຮັບທ່ານປະທານປະເທດ ຢູ່ສະໜາມບິນ ມີທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ David Shear, ຜູ້ຕາງໜ້າກະຊວງການຕ່າງປະເທດອາເມລິກາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຫງວຽນກ໋ວກເກື່ອງ.
ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳອາເມລິກາ, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ພາຍຫຼັງສ້າງການພົວພັນເປັນປົກກະຕິ ເຖິງວ່າຍັງມີບາງສິ່ງທີ່ແຕກຕ່າງກັນ, ການຮ່ວມມືເປັນຕົ້ນຕໍ່ຄື; ເປີດກວ້າງຈາກການຮ່ວມມືດ້ານເສດຖະກິດ ໄປສູ່ຂົງເຂດເສດຖະກິດ, ສຶກສາ, ວິທະຍາສາດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ການເມືອງ, ການຕ່າງປະເທດ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ ໃນໄລຍະຈະມາເຖິງ, ການພົວພັນຄູ່ຮ່ວມມືທີ່ຕັ້ງໜ້າ, ມິດຕະພາບ, ກໍ່ສ້າງ, ຮ່ວມມືຫຼາຍດ້ານ, ເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຈະໄດ້ຮັບການຍົກລະດັບ. ມີບັນດາເນື້ອໃນຮ່ວມມືລະຫວ່າງ 2 ປະເທດຈະໄດ້ຮັບການຜັນຂະຫຍາຍດ້ວຍຂອບຂະໜາດ, ລັກສະນະ ແລະ ລະດັບສູງກວ່າ. ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ພວມວາງອອກບັນດາຄວາມຮຽກຮ້ອງໃໝ່, ຮຽກຮ້ອງໃຫ້ພະນັກງານ, ລັດຖະກອນສະຖານທູດຕ້ອງພະຍາຍາມຢ່າງບໍ່ຢຸດຢັ້ງ, ສ້າງຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ 2 ປະເທດໃນບັນດາຂົງເຂດເສດຖະກິດ, ສັງຄົມ.