ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ລັດ​ທິຫຼາຍ​ຝ່າຍ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ເນັ້ນໜັກວ່າ ເມື່ອເຂົ້າຮ່ວມສະພາຄວາມໝັ້ນຄົງສະຫະປະຊາຊາດເປົ້າໝາຍຂອງ ຫວຽດນາມ ແມ່ນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມສະຖຽນລະພາບໃນໂລກ ແລະ ພາກພື້ນ.
ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ແມ່ນ​ເພີ່ມ​ທະ​ວີ​ບົດ​ບາດ​ຂອງ​ລັດ​ທິຫຼາຍ​ຝ່າຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ( ພາບ: VGP/ຫາຍມມິງ)  

ບຸລິມະສິດຂອງ ຫວຽດນາມ ໃນສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍ, ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເມື່ອໃຫ້ສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມກ່ຽວກັບບັນດາບຸລິມະສິດໃນອາຍຸການ 2020 -2021 ຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ. ຕາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງແລ້ວ, ສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນອົງການທີ່ມີບົດບາດແຖວໜ້າ ຂອງສະຫະປະຊາຊາດໃນບັນຫາປະກອບສ່ວນຮັກສາສັນຕິພາບແລະ ຄວາມໝັ້ນຄົງຂອງໂລກ. ດ້ວຍເລື່ອງ ຫວຽດນາມເຂົ້າຮ່ວມສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນຫວຽດນາມ ຈະເຂົ້າຮ່ວມອົງການທົ່ວໂລກໃນຂົງເຂດຮັບປະກັນຄວາມໝັ້ນຄົງສັນຕິພາບທົ່ວໂລກ ແລະ ແກ້ໄຂບັນດາບັນຫາປະທະກັນໃນໂລກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງໃຫ້ຮູ້ວ່າ:

“ບຸລິມະສິດຂອງ ຫວຽດນາມ ແມ່ນເຮັດແນວໃດເພື່ອເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍໃຫ້ຫຼາຍກ່ວາອີກ. ຫວຽດນາມມີຄວາມປາດຖະໜາຢາກຊຸກຍູ້ລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນ, ຈາກນັ້ນແກ້ໄຂບັນດາບັນຫາທົ່ວໂລກ, ບັນດາບັນຫາສັນຕິພາບຄວາມໝັ້ນຄົງຕ້ອງເຄົາລົບກົດໝາຍສາກົນ. ຫວຽດນາມປາດຖະນາຢາກປະກອບສ່ວນເຂົ້າບັນດາບັນຫາຄືການແກ້ໄຂຜົນຮ້າຍຢ້ອນຫຼັງຂອງການປະທະກັນ, ບັນຫາແມ່ຍິງ ແລະ ເດັກນ້ອຍໃນການປະທະກັນ ຫຼື ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກພາຍຫຼັງການປະທະກັນ, ນັ້ນແມ່ນບັນດາບັນຫາເຊິ່ງດ້ວຍປະສົບການກໍ່ຄືວິວັດການ ຫວຽດນາມເຂົ້າຮ່ວມ, ຫວຽດນາມ ເຫັນວ່ານີ້ແມ່ນບັນຫາທີ່ມີຄວາມສຳຄັນທີ່ສຸດ.”

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ເນັ້ນໜັກວ່າ ເມື່ອເຂົ້າຮ່ວມສະພາຄວາມໝັ້ນຄົງສະຫະປະຊາຊາດເປົ້າໝາຍຂອງ ຫວຽດນາມ ແມ່ນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມສະຖຽນລະພາບໃນໂລກ ແລະ ພາກພື້ນ. ເລື່ອງ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ມີຄວາມສະຖຽນລະພາບໃນໂລກ ແລະ ພາກພື້ນນັ້ນເອງຈະຮັບປະກັນໃຫ້ແກ່ຫວຽດນາມມີສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ