ບາດກ້າວພັດທະນາໃໝ່ ໃນການພົວພັນຮ່ວມມື ຫວຽດນາມຮຸງກາຣີ ແລະ ແດນມາກ
ການເຄື່ອນໄຫວ ຂອງທ່ານປະທານປະເທດ ເຈືອງເຕິ໋ນຊາງ ແດນມາກ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 21/9, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໄດ້ກັບເມືອຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງລັດຖະກິດເຖິງ ຮຸງກາຣີ ໃນລະຫວ່າງວັນທີ 15-17/9 ແລະ ລາຊະອານາຈັກແດນມາກ ແຕ່ວັນທີ 18-20/9 ຢ່າງຈົບງາມ. ການຢ້ຽມຢາມຂອງທ່ານປະທານປະເທດຄັ້ງນີ້ໄດ້ເປີດແງ່ຫວັງໃນການຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະ ຮຸງກາຣີ, ພ້ອມທັງຍົກລະດັບການພົວພັນຫວຽດນາມ - ແດນມາກ ເປັນຄູ່ຮ່ວມມືຮອບດ້ານ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ສອງພາກພື້ນ. ພິເສດໃນການຢ້ຽມຢາມແດນມາກ ຄັ້ງນີ້, ບັນດາວິສາຫະກິດຫວຽດນາມ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຫຼາຍສະບັບກັບຄູ່ຮ່ວມມືແດນມາກ ໃນບັນດາຂົງເຂດວັດສະດຸກໍ່ສ້າງ, ການໝູນໃຊ້ເຕັກໂນໂລຢີຂຽວ, ການເງິນ - ທະນາຄານ... ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ນມິນຖືວ່າ:
“ການຢ້ຽມຢາມຂອງທ່ານປະທານປະເທດ ເຈືອງເຕິ໋ນຊາງ ແມ່ນປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ 11, ນັ້ນແມ່ນເພີ່ມທະວີການພົວພັນກັບເພື່ອນມິດທີ່ເປັນມູນເຊື້ອ. ຮຸງກາຣີ ແລະ ແດນມາກ ແມ່ນເພື່ອນມິດທີ່ເປັນມູນເຊື້ອ ແລະ ມີການພົວພັນກັບຫວຽດນາມມາແຕ່ດົນນານ. ພິເສດແມ່ນມີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ນັ້ນແມ່ນພື້ນຖານເພື່ອເພີ່ມທະວີການພົວພັນໃນຂົງເຂດຕ່າງໆ. ບັນດາທ່າແຮງຂອງຮຸງກາຣີ ແລະ ແດນມາກ ກໍ່ແມ່ນຂົງເຂດທີ່ພວກເຮົາສາມາດຮ່ວມມືໄດ້ເພື່ອຮັບໃຊ້ຈຸດປະສົງຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝຂອງພວກເຮົາ“