ປີ 2013, ການສົ່ງອອກຂອງຫວຽດນາມບັນລຸລະດັບເຕີບໂຕສູງພໍສົມຄວນ

ປີ 2013, ການສົ່ງອອກຂອງຫວຽດນາມບັນລຸລະດັບເຕີບໂຕສູງພໍສົມຄວນ - ảnh 1
ການ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍີບ​ປີ 2013 ບັນລຸ​ກວ່າ 20 ຕື້ USD
photo:vinatex.com

(vovworld)- ຕາມກະຊວງ​ອຸດສາຫະກຳ​ແລະ​ການ​ຄ້າ​ຫວຽດນາມ​ ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໃນ​ປີ 2013 ບັນລຸ​ກວ່າ 130 ຕື້ USD, ​ເພີ່ມ​ຂຶ້ນ​ປະມານ 15% ​ເມື່ອ​ທຽບ​ໃສ່​ປີ 2012, ລື່ນ​ກາຍ​ຕົວ​ເລກ​ຄາດໝາຍ​ຊື່​ງສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ​ໃນ​ນັ້ນ ການ​ສົ່ງ​ອອກ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍີບ​ປີ 2013 ບັນລຸ​ກວ່າ 20 ຕື້ USD, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ປີ 2012 ລື່ນ​ກາຍ​ກວ່າ 1 ຕື້ USD, ນຳ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍີບ​ຫວຽດນາມ ສືບ​ຕໍ່​ຢືນ​ອັນ​ດັບ​ຫນຶ່ງ​ໃນ​ຈຳນວນ​ບັນດາ​ຂະ​ແຫນງ​ສົ່ງ​ອອກຕົ້ນຕໍ. ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍີບ​ກໍ​ຮັກສາ​ການ​ເຕີບ​ໂຕ​ສົ່ງ​ອອກ​ໃຫຍ່​ຢູ່​ຫລາຍ​ຕະຫລາດ​ທີ່​ເປັນ​ຈຸດ​ສຸມ​ຄື: ອາ​ເມ​ລິ​ກາ, ອີ​ຢູ, ຍີ່​ປຸ່ນ, ສ​ເກົາຫລີ, ອາ​ຊຽນ.  ການ​ເຕີບ​ໂຕ​ຂອງ​ຂະ​ແຫນງ​ຕຳ່​ແຜ່ນ​ຕັດຫຍິບ​ປີ 2013 ມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ເປີດ​ກວ້າງ​ການ​ລົງທຶນ, ປະກອບ​ສ່ວນ​ເພີ່ມ​ຂອບ​ຂະຫນາດ​ການ​ຜະລິດ​ຂອງ​ທົ່ວ​ຂະ​ແຫນງ. ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວຽນ, ຜູ້ອຳນວຍການ​​ບໍລິສັດ​​ໃຫຍ່ຕັດຫຍີບ 10 ​ແບ່ງປັນ​ວ່າ:

“ຜະ​ລິດ​ຕະພັນ​ຕັດຫຍີບ 10 ​ໄດ້​ຮັບ​ການ​ຜະລິດ​ຢ່າງ​ມີ​ຄຸນ​ນະພາ​ບ, ຮັບປະກັນ​ເວລາ​ມອບ​ສິນຄ້າ, ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ. ສະມັດ​ຕະພາບ​​ໃນ​ປີ 2014,​ ພວກ​ຂ້າພະ​ເຈົ້າ​ວາງ​ຈຸດໝາຍ​ແຕ່ລະຄົນ​ງານ​ສູ້​ຊົນ​ເພີ່ມ​ຂຶ້ນ 10-15%, ​ເພີ່ມ​ທະວີ​ບັນດາ​ຮູບ​ການ​ສົ່ງ​ອອກ, ອອກ​ແບບ​ບັນດາ​ຜະລິດ​ຕະພັນ”

​ໃນ​ຂະນະ​ນັ້ນ, ປີ 2013 ຍອດ​ວົງ​ເງິນ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນຳ້ ບັນລຸ​ເກືອບ 27,5 ຕື້ USD, ​ເພີ່ມ​ຂຶ້ນ 0,7% ​ເມື່ອ​ທຽບ​ໃສ່​ປີ​ກາຍ.


ຂ່າວ/ບົດ​ອື່ນ