ປີ 2015 ຂະແໜງທ່ອງທ່ຽວຫວຽດນາມຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 8 ລ້ານເທື່ອຄົນ

ປີ 2015 ຂະແໜງທ່ອງທ່ຽວຫວຽດນາມຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 8 ລ້ານເທື່ອຄົນ - ảnh 1
ຫວຽດ​ນາມ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວຫຼາຍ​ແຫ່ງ​ທີ່​ລື່​ຊື່

(vovworld)-  ທີ່​ການ​ສະຫຼຸບຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ລະ​ຫວ່າງ​ສະ​ຖານ​ທີ່ 3 ແຫ່ງ​ຄື : ​ຮ່າ​ໂນ້ຍ, ດານັ້ງ, ນະ​ຄອນ​ໂຮ່​ຈິ​ມິນ​ເມື່ອ​ວັນ​ທີ 30/12 ກ່ຽວ​ກັບວຽກ​ງານ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ​ປີ 2015 , ທ່ານ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຫງວຽນ​ວັນ​ຕ້ວນ ໃຫ້​ຮູ້​ວ່າ : ປີ 2015, ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 8 ລ້ານ​ເທື່ອຄົນ, ເພີ່ມ​ຂຶ້ນ​ເກືອບ 1% ເມື່ອທຽບ​ໃສ່​ປີ 2014. ແຂກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ບັນ​ລຸ 57 ລ້ານ​ເທື່​ອ​ຄົນ, ຍອດ​ລາຍ​ໄດ້​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ 338.000 ຕື້​ດົງ. ປີ 2015, ການ​ຍົກ​ເວັ້ນ​ວີ​ຊາ​ດ້ວຍ​ກຳ​ນົດ​ເວ​ລາ 15 ວັນ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຝະ​ລັ່ງ, ເຢຍ​ລະ​ມັນ, ອັງ​ກິດ, ແອັ​ສ​ປາຍ, ອີ​ຕາ​ລີ, ເບ​ລາ​ຣຸດ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ໃນ​ຍຸດ​ທະ​ສາດ ແລະ ເຮັດ​ໃຫ້​ຕະຫຼາດ​ທ່ອງ​ທ່ຽວ​ຫວຽດ​ນາມ​ກັບ​ຄືນ​ສູ່​ປົກ​ກະ​ຕິ.
ຂ່າວ/ບົດ​ອື່ນ